ທ່ານປະທານປະເທດຕ້ອນຮັບຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງພາຍໃນກຳປູເຈຍ
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
ໃຫ້ການຕ້ອນຮັບທ່ານ Samdech Krolahom Sarkheng
(vovworld) - ຕອນບ່າຍວັນທີ 09/01 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Samdech Krolahom Sarkheng ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນລາຊະອານາຈັກ ກຳປູເຈຍ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍຄະນະຜູ້ແທນຂັ້ນສູງກະຊວງພາຍໃນລາຊະອານາຈັກ ກຳປູເຈຍ ມາເຂົ້າຮ່ວມກອງປະຊຸມຕີລາຄາໝາກຜົນແຫ່ງການຮ່ວມມືປີ 2016 ແລະ ລົງນາມໃນແຜນການຮ່ວມມືປີ 2017 ລະຫວ່າງກະຊວງຕຳຫລວດ ຫວຽດນາມ ກັບ ກະຊວງພາຍໃນລາຊະອານາຈັກ ກຳປູເຈຍ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, 2 ກະຊວງສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ເພີ່ມທະວີການຮ່ວມມືຮອບດ້ານທັງລວງກ້ວາງ ແລະ ລວງເລິກ, ໜູນຊ່ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອປະຕິບັດສຳເລັດໜ້າທີ່. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ 2 ກະຊວງ ສືບຕໍ່ຮັກສາການພົບປະລະຫວ່າງການນຳຂັ້ນສູງ ແລະ ຂັ້ນຊ່ຽວຊານ ເພື່ອແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມທັງ ຢືດໝັ້ນປະຕິບັດຫຼັກການ ບໍ່ປະໃຫ້ກຳລັງປໍລະປັກໃດໆ ນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອທຳລາຍສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບຂອງປະເທດອື່ນ, ບໍ່ປະໃຫ້ບັນດາກຳລັງຫົວຮຸນແຮງກະຕຸກຊຸກຍູ້ຄວາມອາຄາດບາດໝາງຊົນຊາດ, ແບ່ງແຍກທຳລາຍການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ.