(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Choo Kyung-ho ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ກະຊວງການເງິນ ສ.ເກົາຫຼີ, ເຂົ້າຮ່ວມເວທີປາໄສເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ (ພາບ: TTXVN) |
ໂດຍສືບຕໍ່ລາຍການຢ້ຽມຢາມ ສ.ເກົາຫຼີທາງລັດຖະກິດ, ຕ້ອນເຊົ້າວັນທີ 6 ທັນວາ, ຢູ່ນະຄອນຫຼວງ ເຊີອູນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Choo Kyung-ho ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ກະຊວງການເງິນ ສ.ເກົາຫຼີ, ເຂົ້າຮ່ວມເວທີປາໄສເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ພວມຮັກສາເສດຖະກິດມະຫາພາກເປັນປົກກະຕິ, ເສດຖະກິດໄດ້ຮັບການຟື້ນຟູຫຼັງໂຄວິດ - 19. ດ້ວຍການເຂົ້າຮ່ວມສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ ແນ່ນອນວ່າກາລະໂອກາດມາລົງທຶນຢູ່ ຫວຽດນາມ ໄດ້ຮັບການເປີດກວ້າງທີ່ສຸດ. ທ່ານກ່ວາວ່າ:
ຫວຽດນາມ ແລະ ສ.ເກົາຫຼີ ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງເພື່ອພັດທະນາຢ່າງແຮງໃນການປະຕິວັດອຸດສາຫະກຳຄັ້ງທີ 4 ທົ່ວໂລກ ກ່ຽວກັບການຫັນເປັນພື້ນຖານເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ ດ້ວຍພະລັງງານຜະລິດຄືນໃໝ່, ພະລັງງານໃໝ່, ຂໍ້ມູນມະຫາສານ, ປັນຍາປະດິດ, ເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ…ທຸກໆການຮ່ວມມື ລ້ວນແຕ່ເພື່ອການສະໜິດຕິດພັນລະຫວ່າງສອງຊາດ, ສອງປະເທດ ທີ່ນັບມື້ນັບໝັ້ນແກ່ນ, ເລິກເຊິ່ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Choo Kyung-ho ຖືວ່າສອງປະເທດຄວນເພີ່ມທະວີການຮ່ວມມືໃນລະບົບສະໜອງເພື່ອຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ເປີດກວ້າງການຮວ່ມມືທາງການຄ້າ.