ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງ
(VOVWORLD) -ຕອນບ່າຍວັນທີ 9 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ປະເທດຕ່າງໆເຂົ້າຍື່ນສານຕາຕັ້ງ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Ganesh Prasad Dhakal ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ (ພາບ: TTXVN) |
ທີ່ການຕ້ອນຮັບທ່ານ Ernest Mbaimba Ndomahina, ເອກອັກຄະລັດຖະທູດ ສາທາລະນະລັດ ເຊຍຣາ ເລອອນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດວຽກງານທາງການທູດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຈະມານະພະຍາມປະກອບສ່ວນນຳການພົວພັນລະຫວ່າງສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່; ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ຂຸດຄົ້ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງຂອງສອງປະເທດໃຫ້ດີກວ່າອີກ.
ໃນການຕ້ອນຮັບທ່ານ Ganesh Prasad Dhakal ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບ ເນປານ ເປັນສຳຄັນ; ສະເໜີໃຫ້ສອງປະເທດຍູ້ແຮງການເຄື່ອນໄຫວຮ່ວມມືໃນຂົງເຂດຕ່າງໆຄື ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ພິເສດແມ່ນຍົກສູງວົງເງິນການຄ້າສອງຝ່າຍ.
ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ໂດມີນີກາ Jaime Yorquis Francisco Rodriguez, ທ່ານເອກອັກຄະລັດຖະທູດ ສາທາລະນະລັດ ມານດິບ Mohamed Jinah ແລະ ທ່ານເອກອັກຄະລັດຖະທູດ ສາທາລະນະລັດ ກົວເຕມາລາ Carlos Humberto Jiménez Licona ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ.