ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະກັບທ່ານນາຍົກລັດຖະມົນຕີລັດເຊຍMedvedev

(VOVWORLD) -ລັດເຊຍ ແມ່ນຄູ່ຮ່ວມມືສຳຄັນ, ມີຄວາມໄວ້ເນື້ອເຊື່ອແຖວຫນ້າຂອງຫວຽດນາມ,
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະກັບທ່ານນາຍົກລັດຖະມົນຕີລັດເຊຍMedvedev - ảnh 1 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະກັບທ່ານນາຍົກລັດຖະມົນຕີລັດເຊຍ Medvedev

ວັນທີ 29 ມິຖຸນາ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev, ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ກັບຄືນຢ້ຽມຢາມ ລັດເຊຍ ເປັນຄັ້ງທຳອິດໃນຖານະດຳລົງຕຳແຫນ່ງເປັນປະທານປະເທດ  ແລະ ຢືນຢັນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ບຸລິມະສິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ, ນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບແຫນ້ນແຟ້ນ ແລະ ມີປະສິດທິຜົນ, ຖືລັດເຊຍ ແມ່ນຄູ່ຮ່ວມມືສຳຄັນ, ມີຄວາມໄວ້ເນື້ອເຊື່ອແຖວຫນ້າຂອງຫວຽດນາມ, ຕີລາຄາສູງການພົວພັນດ້ານການເມືອງລະຫວ່າງສອງປະເທດ. ການນຳສອງທ່ານໄດ້ຢືນຢັນຄວາມຕັດສິນໃຈເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່, ແລກປ່ຽນ ແລະເປັນເອກະພາບບັນດາມາດຕະການເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ