ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry

(VOVWORLD) -ຕອນບ່າຍວັນທີ 21/6, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry
ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry  - ảnh 1 ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງ ແລະ ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry 

 

ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງໄດ້ສະເໜີອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ສືບຕໍ່ສະໜັບສະໜູນການພົວພັນ ຫວຽດນາມ-ອາເມລິກາໃຫ້ນັບມື້ນັບດີງາມກ່ວາ, ເປັນຕົ້ນແມ່ນໃນຂົງເຂດຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ, ການແກ້ໄຂຜົນຮ້າຍຢ່ອນຫຼັງຂອງສົງຄາມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

   ສ່ວນອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃຫ້ຮູ້ວ່າ ທ່ານຍາມໃດສະໜິດຕິດພັນ ແລະ ສະໜັນສະໜູນຫວຽດນາມໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ຜ່ານນີ້ ປະກອບສ່ວນສ້າງສາຍພົວພັນ 2 ຝ່າຍໃຫ້ນັບມື້ນັບພັດທະນາ. 

ທ່ານປະທານປະເທດຫວຽນາມ ເຈີນດ້າຍກວາງຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry  - ảnh 2

 ທ່ານ ຫງວຽນຖ້ຽນເຍີນ ແລະ ທ່ານ John Kerry 

ກ່ອນໜ໊ານັ້ນ, ທີ່ການຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເມື່ອວັນທີ 21 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມິນ ສົ່ງເຖິງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ບັນດາອົມຈິດຄວາມຮັກແພງອັນດີງາມທີ່ສຸດຂອງຊາວນະຄອນໂຮ່ຈິມິນ 10 ລ້ານຄົນເວົສະເພາະ ແລະ ຊາວຫວຽດນາມເວົ້າລວມ ແລະ ປາດຖະໜາວ່າ ດ້ວຍບົດຮຽນຂອງຕົນ, ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະສືບຕໍ່ປະກອບສ່ວນໃຫ້ສາຍພົວພັນຫວຽດນາມ-ອາເມລິກາໃຫ້ນັບມື້ນັບດີງາມກ່ວາ. ຕາມທ່ານ ຫງວຽນຖ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມິນ, ລັດຖະບານຫວຽດນາມພວມສ້າງກົນໄກດຶງດູດການລົງທຶນໃຫ້ສົມບູນແບບ ພິເສດແມ່ນກົນໄກປະຕູດຽວ ແລະ ຫວັງວ່າ ອາມເລິກາອາດຈະໜູນຊ່ວຍກ່ຽວກັບບັນຫານີ້.

    ສ່ວນອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ສະແດງຄວາມຫວັງຢາກໜູນຊ່ວຍນະຄອນໂຮ່ຈິມິນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ຢືນຢັນ ພ້ອມແລ້ວໃຫ້ການຮ່ວມມືກັບນະຄອນໂຮ່ຈິມິນປະຕິບັດການສ້າງເຂດຕົວເມືອງສະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ