ທ່ານປະທານປະເທດເຈີ່ນດ້າຍກວາງພົບປະສັງສັນກັບຄະນະຜູ້ແທນຂະແໜງຖ່ານຫີນແລະແຂວງກວາງນີງ
ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະສັງສັນກັບ
ຄະນະຜູ້ແທນຂະແໜງຖ່ານຫີນແລະແຂວງກວາງນີງ
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳມະກອນເຂດບໍ່ແຮ່ - ມູນເຊື້ອຂະແໜງຖ່ານຫີນ (12/11/1936 – 12/11/2016). ຕອນບ່າຍວັນທີ 02/11 ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະສັງສັນກັນຄະນະຜູ້ແທນບັນດາໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນຂອງຂະແໜງຖ່ານຫີນ ແລະ ແຂວງກວາງນີງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ກວາງນີງ ແລະ ໝູ່ຄະນະບັນດາພະນັກງານ, ພາລະກອນ, ຜູ້ອອກແຮງງານລຸ້ນຕ່າງໆໃນກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ແຮ່ທາດ ຫວຽດນາມ, ບໍລິສັດໃຫຍ່ດົງບັກ ຊຶ່ງບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີຂະແໜງຖ່ານຫີນ ຄວນສືບຕໍ່ສົມທົບກັບແຂວງ ກວາງນີງ ສຸມແຫຼ່ງກຳລັງ, ເປັນເຈົ້າການມີຫົວຄິດປະດິດສ້າງໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ເພື່ອຍາມໃດກໍ່ຮັບປະກັນໄດ້ບົດບາດແມ່ນໜຶ່ງໃນບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງຂອງປະເທດຊາດ. ສຳລັບແຂວງ ກວາງນີງ, ທ່ານປະທານປະເທດສະເໜີທາງແຂວງສູ້ຊົນກໍ່ສ້າງ ແລະ ພັດທະນາ ກວາງນີງ ກາຍເປັນແຂວງບໍລິການ, ອຸດສາຫະກຳທັນສະໄໝ, ສູນທ່ອງທ່ຽວສາກົນ, ແມ່ນໜຶ່ງໃນບັນດາແຂວງແຖວໜ້າເສດຖະກິດຂອງພາກເໜືອ ແລະ ທົ່ວປະເທດ. ພ້ອມທັງ, ແຂວງຄວນຄົ້ນຄ້ວາ, ສະເໜີຕໍ່ສູນກາງກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍພິເສດສະເພາະ, ເໝາະສົມ, ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ດີທີ່ສຸດ. ຜ່ານນັ້ນ ສ້າງບັນດາບາດກ້າວບຸກທະລຸ, ຊຸກຍູ້ການພັດທະນາຂອບເສດຖະກິດອ່າວພາກເໜືອ ແລະ ສ້າງທ່າຫເປັນເຈົ້າການເຂົ້າຮ່ວມໃນແລວທາງເສດຖະກິດ ອາຊຽນ - ຈີນ.