ທ່ານປະທານປະເທດເຈີນດ້າຍກວາງ:ສືບຕໍ່ຍົກສູງສະມັດຕະພາບ,ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ
ທ່ານປະທານປະເທດ ເຈີນດ້າຍກວາງກ່າວຄຳເຫັນທີ່ກອງປະຊຸມ
|
(vovworld)- ຕອນເຊົ້າວັນທີ 2/8, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ນະຄອນ ໂຮ່ຈິມີນ ເພື່ອແຈ້ງເນື້ອໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XIV, ຮັບເອົາຄຳເຫັນ, ຄຳສະເຫນີແນະຂອງຜູ້ມີສິດເລືອກຕັ້ງ. ຜູ້ມີສິດເລືອກຕັ້ງຊົມເຊີຍກອງປະຊຸມຄັ້ງປະຖົມມະລຶກ ດ້ວຍຈິດໃຈຮັບຜິດຊອບ, ປະຊາທິປະໄຕ, ກົງໄປກົງມາ, ສະພາແຫ່ງຊາດສຳເລັດຫນ້າທີ່ຈຸດສຸມ. ຜູ້ມີສິດເລືອກຕັ້ງປາດຖະຫນາຢາກບັນດາສະມາຊິກສະພາແຫ່ງຊາດ ປະຕິບັດໂຄງການດຳເນີນງານກ່ຽວກັບບັນດາບັນຫາຫນີ້ສາທາລະນະ, ມົນລະພິດສິ່ງແວດລ້ອມ, ການປະຕິຮູບດ້ານບໍລິຫານ… ທ່ານປະທານປະເທດເຈີນດ້າຍກວາງ ໃຫ້ຮູ້ວ່າ:
“ນັບແຕ່ນີ້ຮອດທ້າຍປີ, ພວກເຮົາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ການຜະລິດດຳເນີນທຸລະກິດເພື່ອຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ແລະ ວິສາຫະກິດແຕ່ລະແຫ່ງ, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ ແລະ ຄວບຄຸມໄພເງິນເຟີ້, ຍູ້ໄວຄວາມຄືບຫນ້າໃນການປ່ອຍເງິນລົງທຶນຂອງລັດ, ພັດທະນາພື້ນຖານໂຄງລ່າງ. ພ້ອມທັງຕ້ອງມີມາດຕະການຢ່າງມີປະສິດທິຜົນເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພແຫ້ງແລ້ງ, ນ້ຳທະເລຊືມເຂົ້າ, ມົນລະພິດສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”