ທ່ານປະທານປະເທດເຈີນດ້າຍກວາງ ມອບ ຂໍ້ຕົກລົງແຕ່ງຕັ້ງຜູ້ພິພາກສາຂັ້ນສູງ
ພາບ:TTXVN
|
(vovworld)- ກ່າວຄຳເຫັນທີ່ ກອງປະຊຸມຜັນຂະຫຍາຍວຽກງານປີ 2017 ຂອງຂະແຫນງສານ ແລະ ປະກາດຂໍ້ຕົກລົງແຕ່ງຕັ້ງຜູ້ພິພາກສາຂັ້ນສູງ ຊື່ງດຳເນີນໃນວັນທີ 12/1 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດເຈີນດ້າຍກວາງ ຊີ້ແຈ້ງວ່າ: ປີ 2017, ສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ເສດຖະກິດສັງຄົມພາຍໃນປະເທດຍັງປະສົບກັບຄວາມຫຍຸ້ງຍາກ, ສະພາບອາດຊະຍາກຳ, ການລະເມີດກົດໝາຍຍັງຜັນແປໄປຢ່າງສັບສົນ, ເປັນຕົ້ນແມ່ນອາດຊະຍາກຳເສດຖະກິດ, ການສໍ້ລາດບັງຫລວງ, ສະນັ້ນ ຫນ້າທີ່ວາງອອກໃຫ້ແກ່ສານປະຊາຊົນທຸກຂັ້ນແມ່ນຫນັກຫນ່ວງທີ່ສຸດ.
“ດ້ວຍບົດບາດແມ່ນອົງການພິພາກສາ, ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ, ສິດຂອງພົນລະເມືອງ, ປົກປັກຮັກສາລະບອບສັງຄົມນິຍົມ, ຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການ, ສ່ວນບຸກຄົນ, ສານທຸກຂັ້ນຄວນເຄົາລົບບັນດາຫລັກການຕຸລາການຊື່ງລັດຖະທຳມະນູນ ແລະ ກົດໝາຍໄດ້ກຳນົດໄວ້. ສຸມໃສ່ປະຕິບັດພາລະບົດບາດພິພາກສາ ແລະ ປະຕິບັດສິດຕຸລາການ, ພິຈາລະນາເອກະສານ, ຂໍ້ມູນຫລັກຖານຢ່າງຄົບຖ້ວນພາວະວິໄສ, ຮອບດ້ານ, ຮັບປະກັນການພິພາກສາຂອງສານ ຕ້ອງມີຄວາມຊັດເຈນ, ຖືກກັບກົດໝາຍ.”