ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບ
ທ່ານ Rudy Demotte ລັດຖະມົນຕີ, ຜູ້ວ່າການເຂດ Wallonie Bruxelles
(vovworld) – ຕອນບ່າຍວັນທີ 13/09 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Rudy Demotte ລັດຖະມົນຕີ, ຜູ້ວ່າການເຂດ Wallonie Bruxelles ປະເທດ ແບນຊິກ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງເລື່ອງເຂດ Wallonie Bruxelles ຖືເປັນສຳຄັນການຮ່ວມມືກັບ ຫວຽດນາມ ແລະ ເລືອກ ຫວຽດນາມ ເປັນປະເທດໜຶ່ງດຽວຢູ່ ອາຊີ ມີຫ້ອງການຕາງໜ້າ. ພ້ອມທັງປາດຖະໜາວ່າ Wallonie Bruxelles ຈະສືບຕໍ່ໜູນຊ່ວຍພັດທະນາໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີບັນດາວິສາຫະກິດຂອງ Wallonie Bruxelles ຊອກຮູ້ກາລະໂອກາດລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການຄື: ເຕັກໂນໂລຢີຊີວະພາບ, ພະລັງງານຜະລິດຄືນໃໝ່, ກົນຈັກ…ພິເສດແມ່ນສ້າງເງື່ອນໄຂ ຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ຝ່າຍ.
ສວ່ນທ່ານ Rudy Demotte ໃຫ້ຮູ້ວ່າ: ຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ Wallonie Bruxelles ໃນໄລຍະຜ່ານມາ ແມ່ນການຮ່ວມມືໃນຂົງເຂດການຄົ້ນຄວ້າ, ສຶກສາ - ບຳລຸງສ້າງ, ພິເສດແມ່ນການກໍ່ ສ້າງດ້ວຍຄຸນນະພາບສູງ. ທ່ານ Rudy Demotte ປາດຖະໜາວ່າ ໃນການຢ້ຽມຢາມຄັ້ງນີ້ 2 ຝ່າຍຈະຍູ້ແຮງການຮ່ວມມືໃນຂົງເຂດເຊິ່ງ Wallonie Bruxelles ມີທ່າແຮງຄື: ສາທາລະນະສຸກ, ສະພາບແວດລ້ອມ, ບຳລຸງສ້າງ ແລະ ການທ່ອງທ່ຽວ ແລະ ທ່ານກໍ່ຍັງໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ຍາມໃດກໍແມ່ນຄູ່ຮ່ວມມືສຳຄັນຂອງເຂດ Wallonie Bruxelles ໃນພາກພື້ນ ອາຊີ ແລະ ເຊື່ອໝັ້ນວ່າ: ດ້ວຍບົດບາດ ແລະ ທີ່ຕັ້ງຂອງຕົນ ຈະມີການປະກອບສວ່ນຫລາຍກ່ວາອີກໃນການພັດທະນາລວມຂອງປະຊາຄົມໃຊ້ພາສາ ຝະລັ່ງ.