ທ່ານປະທານປະເທດເຈືອງເຕີນຊາງມີບົດປາໄສສຳຄັນທີ່ກອງປະຊຸມສຸດຍອດສປຊ

ທ່ານປະທານປະເທດເຈືອງເຕີນຊາງມີບົດປາໄສສຳຄັນທີ່ກອງປະຊຸມສຸດຍອດສປຊ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງກ່າວ​ປາ​ໄສ
​ທີ່ກອງ​ປະ​ຊຸມສ​ປ​ຊ
ພາບ:sggp.vn

(vovworld)-  ກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ຮັບ​ຮອງ​ເອົາ​ໂຄ​ງ​ການ​ດຳ​ເນີນ​ງານປີ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 25/9 ຢູ່ ນິວຢອກ ສະ​ຫະ​ລັດ ອາ​ເມ​ລິ​ກາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ບັນ​ດາ​ປະ​ມຸກ​ລັດ, ນາ​ຍົກ​ລັດ​ຖະ​ມົນ​ຕີດ ບັນ​ລັດ​ຖະ​ມົນ​ຕີ​ຂອງ193 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ. ​ໂຄງ​ການດ​ຳ​ເນີນ​ງານ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທົ່ວ​ໂລກ​ປີ 2030 ລວມ​ມີ 17 ຄາດ​ໝາຍ​ທີ່​ສຳ​ຄັນ. ໃນ​ຮອບ​ເວ​ລາ 15 ປີ​ຈະ​ມາ​ເຖິງ, ບັນ​ດາ​ລັດ​ຖະ​ບານ ແລະ ອົງ​ການ​ຈັດ​ຕັ້ງ ຈະ​ເພີ່ມ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຂຶ້ນ​ທົບ​ສອງ​ເທົ່າ​ເພື່ອ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມກວ່າ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ທົ່ວ​ໂລກ ເພື່ອ​ໃຫ້​ປະ​ເທດ​ທັງ​ໝົດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື, ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ.

ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ  ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ ດ້ວຍ​ຫົວ​ຂໍ້ “ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ເບື້ອງ​ຕົ້ນ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ: ຫວຽດ​ນາມ ມີ​ຄຳ​ໝັ້ນ​ສັນ​ຍາ​ສຸມ​ທຸ​ກ​ແຫລ່ງ​ກຳ​ລັງ, ລະ​ດົມ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ, ອົງ​ການ​ຈັດ​ຕັ້ງ, ປະ​ຊາ​ຄົມ ແລະ ປະ​ຊາ​ຊົນ​ທັງ​ໝົດ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການດ​ຳ​ເນີນ​ງານ 2030 ແລະ ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

        “ໂດຍ​ແມ່ນ​ປະ​ເທດ ບັນ​ລຸ​ໄດ້​ຫລາຍ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດສະ​ຫວັດ ແລະ ລື່ນ​ກາຍ​ການ​ກຳ​ນົດ​ເວ​ລາ, ຫວຽດ​ນາມ ຖື​ວ່າ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ, ກ່ອນ​ອື່ນ​ໝົດ ແຕ່​ລະ​ປະ​ເທດ ຄວນ​ມີ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ສູງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ​ຢ່າງ​​ສຸດ​ຂີດ, ນຳ​ທັດ​ສະ​ນະ​ຍືນ​ຍົງ​ກາຍ​ເປັນ​ການ​ກຳ​ນົດ​ທິດ​ເປັນ​ປະ​ຈຳ, ຍາວ​ນານ ແລະ ສົມ​ທົບ​ກັບ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເຂົ້າ​ທຸກ​ຍຸດ​ທະ​ສາດ ແລະ ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ, ໃນ​ນັ້ນ ຍາມ​ໃດ​ກໍ​ວາງມະ​ນຸດ​ເປັນ​​ໃຈ​ກາງ, ສອດ​ຄ​ອ່ງ​ກັບ​ເງື່ອ​ນ​ໄຂ ແລະ ສະ​ພາບ​ຕົວ​ຈິງ​ຂອງ​ແຕ່​ລ​ະ​ປະ​ເທດ.”

 

ຂ່າວ/ບົດ​ອື່ນ