ທ່ານປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດຢູ່ແຂວງເງ້ອານ

ທ່ານປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດຢູ່ແຂວງເງ້ອານ - ảnh 1
ທ່ານ​ປະ​ທາ​ນ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຖະ​ຫ​ວາຍ​ທູບ​ທຽນ
ພາບ:VTV

(vovworld)- ຕອນ​ເຊົ້າ​ວັນ​ທີ 31/1, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ໄປ​ວາງ​ພວງ​ມາ​ລາ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກີ​ມ​ລຽນ ເມືອງ​ນາມ​ດານ. ກ່ອນ​ຫນ້ານັ້ນ ເມື່ອ​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ເງ້​ອານ, ທ່ານ​ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ຂອງ ເງ້​ອານ ໃນ​ຊຸມ​ປີ​ຜ່ານ​ມາ ແລະ ປາດ​ຖະ​ຫນາ​ວ່າ ແຂວງ ເງ້​ອານ ຈະ​ສືບ​ຕໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຢ່າງ​ແຮງກວ່າ, ກາຍ​ເປັນ​ແຂວງ​ພັດ​ທະ​ນາ​ດີ​ສົມ​ຄວນ​ ເພື່ອ​ສົມ​ກັບ​ບ້ານ​ເກີດ​ເມືອງນອນ​ຂອງ​ລ​ຸງ​ໂຮ່. ທ່ານ​ປະ​ທານ​ປ​ະ​ເທດ​ໃສ່​ໃຈ​ວ່າ ແຂວງ​ເງ້​ອານ ຄວນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ.
ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ “ລະ​ດູ​ບານ​ໃຫມ​່​ແຫ່ງ​ບ້ານ​ເກີດ​ເມືອງນອນ” ໂດຍ​ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ​ຈັດ​ຕັ້ງ.

 

 

ຂ່າວ/ບົດ​ອື່ນ