ທ່ານປະທານປະເທດ ເຈືອງເຕີນຊາງ
ພາບ:internet
|
(vovworld)- ຕອນບ່າຍວັນທີ 27/3 ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນຈາກນັກຮຽນຮູ້, ປັນຍາຊົນ, ທະນາຍຄວາມ, ຜູ້ດີເດັ່ນຂອງບັນດາເຜົ່າ, ຜູ້ມີຍົດຖາບັນດາສັກປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມທ່ານປະທານປະເທດ ເຈືອງເຕີນຊາງໄດ້ເນັ້ນຫນັກວ່າ: ເລື່ອງຮັບເອົາຄຳເຫັນຈາກປະຊາຊົນແມ່ນການເຕົ້າໂຮມພູມປັນຍາອັນເລິກເຊິ່ງ ແລະ ກວ້າງຂວາງໃນທົ່ວປວງຊົນ, ປະກອບສ່ວນເຮັດໃຫ້ລັດຖະທຳມະນູນສ່ອງແສງທຸກຄວາມມຸ້ງມາດປາດຖະຫນາຂອງປະຊາຊົນ. ທ່ານປະທານປະເທດຖືວ່າ: ເລື່ອງຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຈະສືບຕໍ່ປະຕິບັດໝົດເດືອນ 9/2013, ສະນັ້ນ ແຕ່ລະອົງການ, ຫົວຫນ່ວຍ, ສ່ວນບຸກຄົນປະກອບຄຳເຫັນຕາມບົດບາດຫນ້າທີ່ຂອງຕົນເພື່ອປັບປຸງລັດຖະທຳມະນູນທີ່ຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງພັກ ແລະ ປະຊາຊົນຢ່າງແທດຈິງ.