(vovworld)-ຂະບວນການ“ວຽກດີພັນຢ່າງ”ໄດ້ຮັບການປຸກລະດົມເມື່ອວັນທີ24/3/1963 ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຕາແສງ ຕາມເຊີນ ເທດສະບານ ຕືເຊີນ ແຂວງ ບັກນີງ. ໃນ 50 ປີຜ່ານມາ, ຂະບວນການດັ່ງກ່າວໄດ້ພັດທະນາຢ່າງກວ້າງຂວາງໃນທຸກແຖບຖິ່ນຂອງປະເທດຊາດ ດ້ວຍຫລາຍຮູບການທີ່ມີຊີວິດຊີວາ ແລະ ຮອບດ້ານໃນທຸກຂົງເຂດ ກາຍເປັນຈຸດທີ່ດີງາມຂອງເຍົາວະຊົນໃນທົ່ວປະເທດ. ກ່າວຄຳເຫັນທີ່ງານບຸນຊື່ງຈັດຂຶ້ນໃນຕອນຄຳ່ວັນທີ 15/5 ຢູ່ ແຂວງ ບັກນີງ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເນັ້ນຫນັກວ່າ:
“ປະຕິບັດຄຳສັ່ງສອນຂອງລຸງໂຮ່ ເພື່ອຜົນປະໂຫຍດ 10 ປີປູກຕົ້ນໄມ້, ເພື່ອຜົນປະໂຫຍດ 100 ປີສ້າງຄົນ” ຄະນະພັກຂັ້ນຕ່າງໆ, ອຳນາດການປົກຄອງ, ບັນດາຄະນະ, ຂະແຫນງການ, ໝູ່ມະຫາຊົນ, ພໍ່ແມ່, ຄູອາຈານ ຄວນສືບຕໍ່ເອົາໃຈໃສ່ເຖິງວຽກງານເບິ່ງແຍງ, ສຶກສາເຍົາວະຊົນ, ອະນຸຊົນກວ່າອີກ. ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພວກຫລານໄດ້ລະຫລິ້ນ, ຝຶກຝົນຮຳ່ຮຽນ, ຕັ້ງຫນ້າເຂົ້າຮ່ວມວຽກດີພັນຢ່າງ ເພື່ອໃຫ້ຂະບວນການດັ່ງກ່າວສືບຕໍ່ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ບັນລຸໝາກຜົນຫລາຍກວ່າ.”