ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີໄຂງານບຸນວິຫານຮຸ່ງ2013

(vovworld) -  ຕອນ​ຄ່ຳວັນທີ 13/4, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ວິຫານ​ຮຸ່ງ ຢູ່​ແຂວງ​ຟູ​ທໍ້​ໄດ້​ຈັດ​ພິທີ​ເຊີດ​ຊູ, ຮັບ​ໃບຮັບ​ຮອງ“ການ​ເຫລື້ອມ​ໄສ​ໄຫ​ວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຢູ່ ຟໍທໍ້” ​​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຕາງຫນ້າ​ຂອງ​ມວນ​ມະນຸດ ​ແລະ ​ໄຂ​ງານ​ບຸນ​ວິຫານ​ຮຸ່ງ 2013. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຜູ້ຕາງຫນ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ພ້ອມ​ດ້ວຍ​ຜູ້ຕາງຫນ້າ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:

        “ພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວິນ​ຍານ​ພາວະນາ​ປະ​ເທດ​ຊາດ​ມີ​ຄວາມ​ສະຖຽນລະ​ພາບ, ວັດທະນາ​ຖາວອນເທົ່າ​ນັ້ນ ຫາກ​ມີ​ຄວາມ​ໝາຍ​ຢາກ​ໃຫ້​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ​ຢູ່​ຫວຽດນາມ ມີ​ຄວາມ​ສາມັກຄີ, ອຸ້ມ​ຊູ​ຊ່ວຍ​ເຫລືອ​ເຊິ​່ງກັນ ​ແລະ ກັນອີກ​ດ້ວຍ. ສະ​ນັ້ນ​ຜ່ານ​ປະຫວັດສາດ​ນັບ​ພັນ​ປີ, ກາ​ນ​ເຫລື້ອມ​ໃສ​​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຍັງ​ຄົງ​ສືບ​ທອດ​ຈາກ​ຄົນ​ລຸ້ນນີ້​ໄປ​ສູ່​ຄົນ​ລຸ້ນອື່ນ. ນີ້​ແມ່ນ​ແຫລ່ງສ້າງ​ກຳລັງ​ແຮງ​ເພື່ອ​ໃຫ້​ປະ​ເທດ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທົດ​ສອບ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.”

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີໄຂງານບຸນວິຫານຮຸ່ງ2013 - ảnh 1
ໄຂພິທີ​ໄຫວ້​ບູຊາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​
ພາບ:internet

        ​ແລະ​ໃນ​ໂອກາດ​ໄຂ​ງານ​ບຸນ​ວິຫານ​ຮຸ່ງ 2013, ຕອນ​ເຊົ້າ​ວັນ​ທີ 14/4 ຢູ່ ນະຄອນ​ຫວຽດຈີ່, ສະຫະພັນ​ສິລະ​ປະ​ວັນນະຄະດີ ຟູ​ທໍ້ ສົມທົບ​ກັບ​ສູນວັດທະນະທຳ ສ​ເກົາຫລີ ຢູ່ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ​ສິລະ​ປະ. ມີຮູບ​ພາບ 120 ​ແຜ່ນ ​ແລະ ພາບ​ແຕ້ມ 50 ​ແຜ່ນ​ໄດ້​ຮັບ​ການ​ຄັດ​ເລືອກ​ນຳ​ເອົາ​ວາງສະ​ແດງ​ໃນ​ຄັ້ງ​ນີ້ ​ແມ່ນ​ຮູບ​ພາບ​ແນະນຳ​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ທີ່​ເປັນ​​ມູນ​ເຊື້ອ ​ແລະ ງານ​ບຸນ​ພື້ນ​ເມືອງ​ເຂດ​ດິນ​ແດນ​ບັນພະບຸລຸດ. ທ່ານ ​ໂດ໋ງອກ​ຢູງ, ປະທານ​ສະຫະພັນ​ສິລະ​ປະວັນນະຄະດີ​ແຂວງ ຟູ​ທໍ້ ຢືນຢັນ​ວ່າ:

         “ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​​ແທດ​ຈິງ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງທ່ຽວ​ມາ​ເຂົ້າ​ຮ່ວມ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ເຮັດ​ໃຫ້​ທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສິລະ​ປະວັດ​ທະນະ​ທຳ​ເວົ້າ​ລວມ ​ແລະ ຂົງ​ເຂດ​ສິລະ​ປະ, ຖ່າຍຮູບ​ຂອງ​ຫວຽດນາມ ​ແລະ ສ​ເກົາຫລີ.”

ຂ່າວ/ບົດ​ອື່ນ