ເນື່ອງໃນໂອກາດຕ້ອນຮັບປີໃໝ່ ປີມະໂຣງ 2012, ຕອນເຊົ້າວັນທີ 13/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຫວັງວ່າອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຂອງນະຄອນຮ່າໂນ້ຍຈະສືບຕໍ່ນຳໜ້້າທົ່ວປະເທດໃນທຸກຂົງເຂດເພື່ອສ້າງນະຄອນຫຼວງໃຫ້ມີຄວາມສີວິໄລ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ:
“ຮ່າໂນ້ຍແມ່ນຫົວໃຈຂອງທົ່ວປະເທດ, ແມ່ນສູນກາງການເມືອງ ບໍລິຫານຕົ້ນຕໍ່ ແລະແມ່ນແຫ່ງອະລິຍະທຳ, ວິລະຊົນ, ສັນຕິພາບ, ມິດຕະພາບຂອງທົ່ວປະເທດ, ດັ່ງນັ້ນ ຮ່າໂນ້ຍຕ້ອງແມ່ນນະຄອນວັດທະນະທຳ, ອະລິຍະທຳ, ສັນຕິພາບ. ຮ່າໂນ້ຍຕ້ອງແມ່ນນະຄອນຂອງວີທະຍາສາດ, ເຕັກນິກ, ສຶກສາ, ບຳລຸງສ້າງ, ເຕັກໂນໂລຢີສູງ, ເສດຖະກິດພັດທະນາ, ໂຄງປະກອບເສດຖະກິດເໝາະສົມ ແລະ ຕິດພັນກັບການຮັບປະກັນສິ່ງແວດລ້ອມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ”
ທ່ານປະທານສະພາແຫ່ງຊາດກໍ່ສະເໜີການນຳນະຄອນ ຮ່າໂນ້ຍມີຄວາມມະນາພະຍາຍາມສູງເພື່ອປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດພັກກອມມູນິດຫວຽດນາມຊຸດທີ 11 ແລະບັນດາຄາດໝາຍເສດຖະກິດ - ສັງຄົມຂອງນະຄອນໃນປີ 2012 ສຳເລັດຜົນ, ຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນເຂົ້າໃນການປັບປຸງ, ເພີ່ມເຕີມລັດຖະທຳມະນູນ 1992, ພ້ອມທັງສືບຕໍ່ສ້າງສຳເລັດຮ່າງກົດໝາຍວ່າດ້ວຍນະຄອນຫຼວງ ເພື່ອຍືນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ.