ທ່ານປະທານສະພາແຫ່ງ ຊາດຫງວຽນຊິງຮຸ່ງ ເຂົ້າຮ່ວມພິທີໄຂ ສົກຮຽນໃໝ່ຢູ່ວິທະ ຍາຄານຕຳຫຼວດ

ທ່ານປະທານສະພາແຫ່ງ ຊາດຫງວຽນຊິງຮຸ່ງ ເຂົ້າຮ່ວມພິທີໄຂ ສົກຮຽນໃໝ່ຢູ່ວິທະ ຍາຄານຕຳຫຼວດ - ảnh 1
(ພາບ:vov)

(vovworld)- ​ຕອນ​ເຊົ້າ​ວັນ​ທີ 13/10, ຢູ່​ຮ່າ​ໂນ້ຍ, ວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ​ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ (2014-2015). ຕາງ​ໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ:  ຮັກ​ສາສະ​ຖຽນ​ລະ​ພາບ​ທາງດ້ານ​ການ​ເມືອງ​, ຮັບ​ປະ​ກັນ​ຄວາມ​ສະ​ຫງົບປອດ​ໄພ​ແຫ່ງ​ຊາດ ແລະ ຄວາມ​ເປັນ​ລະ​ບຽບຮຽບ​ຮ້ອຍ​ທາງສັງ​ຄົມ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ສະ​ເໜີ​ວ່າ:

        “ວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ ແລະ ບັນ​ດາ​ໂຮງ​ຮຽນ​ຕຳຫຼວດ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຮງ, ​ຜັນ​ຂະ​ຫຍາຍ​​​ການປະ​ຕິ​ບັດ​ມະ​ຕິ​ສູນ​ກາງກ່ຽວ​ກັບ​ປ່ຽນ​ໃໝ່​ໃນ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ, ຍຸດ​ທະ​ສາດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການໃໝ່, ກໍ່ສ້າງວິ​ທະ​ຍາ​ຄານ​​ທີ່ເຂັ້ມ​ແຂງ​ດ້ານການ​ເມືອງ ແລະ ການ​ຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ກ່​ວາ​ອີກ, ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ເຕັກ​ໂລ​ໂນ​ຊີໃຫ້​​ມີປະ​ສິດ​ທິ​ຜົນ​, ຕິດ​ພັນ​ກັບ​ການ​ບຳ​ລຸງ​ສ້າງ ເພ​ື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​​ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້ວາງ​ອອກ​, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບົດ​ບາດ​ເປັນເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ, ກະ​ຊວງ​ຕຳຫຼວດ ໃນ​ບັນ​ດາ​ບັນ​ຫາ, ຍຸດ​ທະ​ສາດ​ກ່ຽວ​ກັບການ​ປ້ອ​ງ​ກັນຄວາມ​ສະ​ຫງົບ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ.”

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ໄດ້​ປູກ​ຕົ້ນ​ໄມ້​ທີ່​ເປັນ​ທີ່​ລະ​ນຶກ ແລະ ກົດ​ປຸ່ມ​ເປີດ​ນຳ​ໃຊ້​ຫນ້າ​ເວັບຂອງວິ​ທະ​ຍາ​ຄານ​ຕຳຫຼວດ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ