ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມພິທີເປີດ
ສຳນັກງານພະແນກພົວພັນແລກປ່ຽນຫຼັກຊັບຮ່າໂນ້ຍ
(ພາບ: http://nguyensinhhung.net)
ຕອນເຊົ້າວັນທີ 15/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງໄດ້ເຂົ້າຮ່ວມພິທີເປີດສຳນັກງານພະແນກພົວພັນແລກປ່ຽນຫຼັກຊັບຮ່າໂນ້ຍ. ພະແນກພົວພັນແລກປ່ຽນຫຼັກຊັບຮ່າໂນ້ຍໄດ້ເລີ່ມດຳເນີນກໍ່ສ້າງເມື່ອເດືອນ 10/2009, ດ້ວຍຍອດເງິນລົງທຶນເກືອບ 350 ຕື້ດົ່ງ. ນີ້ກໍ່ແມ່ນກິດຈະກຳຖືກກໍ່ສ້າງຢ່າງສວຍງາມ, ທັນສະໄໝ. ກ່າວຄຳເຫັນນະພິທີ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ:
“ບັນດານັກລົງທຶນຫຼັກຊັບ, ບັນດາວິສາຫະກິດພວມຢູ່ໃນໄລຍະຫັນເປັນຫຸ້ນສ່ວນກໍມີຄວາມມ່ວນຊື່ນຕ້ອນຮັບໄລຍະສ້າງໂຄງປະກອບການຕະຫຼາດຄືນໃໝ່, ສ້າງເງື່ອນໄຂເພື່ອນຳບັນດາຜະລິດຕະພັນມີຄຸນນະພາບອອກສູ່ຕະຫຼາດ, ສ້າງເງື່ອນໄຂໃຫ້ແກ່ຕະຫຼາດຫຼັກຊັບແມ່ນການລະດົມທຶນຢ່າງແທ້ຈິງ, ກາຍເປັນຕະຫຼາດການເງິນມີຄວາມສະຫງົບໝັ້ນທຽງ, ປະກອບສ່ວນພ້ອມກັບບັນດາວິສາຫະກິດສັງກັດທຸກພາກສ່ວນເສດຖະກິດອື່ນຊຸກຍູ້ການລົງທຶນ, ຊຸກຍູ້ການດຳເນີນທຸລະກິດ ຍົງສູງປະສິດທິຜົນຂອງພື້ນຖານເສດຖະກິດ”
ກໍ່ຢູ່ພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ ໄດ້ກ່າວຄຳເຫັນຊີ້ແຈງເຖິງແຜນນະໂຍບາຍຂອງພັກ, ລັດ ຫວຽດນາມຍາມໃດກໍ່ຖືການພັດທະນາຕະຫຼາດຫຼັກຊັບເປັນສຳຄັນ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ໜ້າທີ່ຂອງລັດຖະບານໃນປີ 2012 ແມ່ນສຸມໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມທິດຍົກສູງປະສິດທິຜົນ, ກຳລັງຄວາມແກ່ງແຍ້ງ. ໃນນັ້ນ, ມີການສ້າງໂຄງປະກອບຕະຫຼາດຫຼັກຊັບຄືນໃໝ່.