ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢ້ຽມຢາມລາວ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢ້ຽມຢາມລາວ ຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
( ພາບປະກອບ )


( vovworld ) -   ​​ໂດຍ​​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ກຳມະການ​ກົມ​ການ​ເມືອງ ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະພາ​ແຫ່ງ​ຊາດ​ ສປປ ລາວທ່ານ​ນາງ ປານີ ຢາ​ທໍ່ຕູ້, ​ແຕ່​ວັນ​ທີ 3 – 5/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຢ້ຽມຢາມ​ລາວ ​ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປ ລາວ ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຄັ້ງ​ນີ້, ​ແມ່ນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ໃນ​ການ​ພົວພັນ​ຫວຽດນາມ - ລາວ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການເພີ່ມ​ທະວີສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ. ​ຄາດ​ວ່າ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ຈະ​ມີ​ການ​ເຈລະຈາ​ກັບ​ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່ຕູ້, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ​ທຳ​ມະ​ວົງ ​ແລະ ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ກໍ​ຈະ​ໄປ​ຢ້ຽມຢາມ​ບາງ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ລາວ.

ຂ່າວ/ບົດ​ອື່ນ