ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ສົ່ງສານອວຍພອນການນຳລັດຖະສະມາ ມາຣົກ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ປາດຖະຫນາຢາກພ້ອມກັບປະທານສະພາສູງ ແລະ ປະທານສະພາຕ່ຳ ມາຣົກ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດ 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ສົ່ງສານອວຍພອນການນຳລັດຖະສະມາ ມາຣົກ - ảnh 1ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ. (ພາບ:TTXVN)

ວັນທີ 14 ຕຸລາ, ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ສົ່ງສານອວຍພອນມາຍັງ ທ່ານ Naam Miyara ປະທານສະພາສູງ ມາຣົກ ແລະ ອວຍພອນທ່ານປະທານສະພາຕ່ຳ  Rachid Talbi Alami ເນື່ອງໃນໂອກາດການນຳສອງທ່ານໄດ້ຮັບການເລືອກຕັ້ງເປັນປະທານສະພາສູງ ແລະ ປະທານສະພາຕ່ຳ ມາຣົກ.

ໃນສານອວຍພອນ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ປາດຖະຫນາຢາກພ້ອມກັບປະທານສະພາຕ່ຳ Rachid Talbi Alami ສືບຕໍ່ໍຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືລະຫວ່າງສອງອົງການນິຕິບັນຍັດສອງປະເທດເຂົ້າສູ່ລວງເລິກຢ່າງແທດຈິງ ບົນພື້ນຖານຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສະພາແຫ່ງຊາດ ຫວຽດນາມແລະ ສະພາຕ່ຳ ມາຣົກ ເມື່ອເດືອນ ທັນວາປີ 2017.

ຈາກຜົນງານທີ່ບັນລຸໄດ້ໃນ 60 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ມາຣົກ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ປາດຖະຫນາຢາກພ້ອມກັບປະທານສະພາສູງ ແລະ ປະທານສະພາຕ່ຳ ມາຣົກ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດ ແລະ ລະຫວ່າງອົງການນິຕິບັນຍັດສອງປະເທດ ໃຫ້ພັດທະນານັບມື້ນັບລວງກວ້າງ ແລະລວງເລິກ ເພື່ອຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ ພາກພື້ນ ແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ