(VOVWORLD) -ຕອນຄ່ຳວັນທີ 23 ມັງກອນ, ຢູ່ນະຄອນ ຖູເຢົາໂໝດ, ແຂວງ ບິ່ງເຢືອງ ໄດ້ດຳເນີນລາຍການມອບຂອງຂວັນປີໃໝ່ຂອງການນຳພັກ, ລັດ ໃຫ້ແກ່ກຳມະກອນ, ແຮງງານແຂວງ ບິ່ງເຢືອງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຂານ 2022. ລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ສະຫງົບສຸກ” ປີ 2022 ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ແຂວງ ບິ່ງເຢືອງ ໄດ້ສົມທົບກັນຈັດຕັ້ງຂຶ້ນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນໃນລາຍການ |
ໃນລາຍການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ແຂວງ ບິ່ງເຢືອງ ໄດ້ມອບຂອງຂວັນຈຳນວນ 500 ພູດ ໃຫ້ແກ່ກຳມະກອນ, ແຮງງານແຂວງບິ່ງເຢືອງ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ພັກ ແລະ ລັດ, ສະພາແຫ່ງຊາດໄດ້ວາງອອກຫຼາຍລັດຖະນະໂຍບາຍທີ່ບໍ່ເຄີຍມີມາກ່ອນເພື່ອປ້ອງກັນ, ຕ້ານໂລກລະບາດ ແລະ ຟື້ນຟູການພັດທະນາເສດຖະກິດ, ສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ໜູນຊ່ວຍຊາວຜູ້ອອກແຮງງານ, ວິສາຫະກິດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ ແຂວງ ບິ່ງເຢືອງ ມີຫຼາຍວິທີເຮັດທີ່ດີ ແລະ ປະດິດຄິດສ້າງ ເພື່ອເອົາໃຈໃສ່ການຕ້ອນຮັບບຸນເຕັດຂອງແຮງງານກຳມະກອນ, ພິເສດ, ປີນີ້ມີແຮງງານເຄິ່ງໜຶ່ງຈະຢູ່ຕ້ອນຮັບບຸນເຕັດຢູ່ແຂວງບິ່ງເຢືອງ.
“ພ້ອມກັບການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງຜູ້ໃຈບຸນໃຈກຸສົນ, ບັນດາອົງການຈັດຕັ້ງໃນລະບົບການເມືອງ, ເຖິງວ່າ ຜູ້ຈະກັບຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ບ້ານເກີດເມືອງນອນ ທາງແຂວງບິ່ງເຢືອງ ກໍມີວິທີໜູນຊ່ວຍ, ຜູ້ຢູ່ຕໍ່ ທາງແຂວງກໍມີວິທີເອົາໃຈໃສ່. ບໍ່ພຽງແຕ່ໃນຊຸມວັນບຸນເຕັດເທົ່ານັ້ນ, ຫາກໃນໄລຍະຍາວກໍຕ້ອງເອົາໃຈໃສ່ເຖິງເຮືອນຢູ່ພັກເຊົາ, ໂຮງຮຽນ, ຮາກຖານ, ສ້າງລະບອບນະໂຍບາຍເບິ່ງແຍງດູແລສຸຂະພາບ, ການແພດສຸກເສີນ, ການແພດຮາກຖານອີກດ້ວຍ. ພັກ ແລະ ລັດ ກໍພວມເອົາໃຈໃສ່ເຖິງບັນຫານີ້ ແລະ ທາງແຂວງກໍເຊັ່ນດຽວກັນ ເພື່ອໃຫ້ກຳມະກອນ, ຊາວຜູ້ອອກແຮງງານປົວແປງຊີວິດການເປັນຢູ່, ມີຄວາມອຸ່ນອ່ຽນໃຈເຮັດວຽກ”.