ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຜູ້ອຳນວຍການໃຫຍ່ຝ່າຍບໍລິຫານທະນາຄານໂລກ
(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ WB ຍາມໃດກໍແມ່ນຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ກ່ຽວກັບກອບການຮ່ວມມືລະຫວ່າງ ຫວຽດນາມ ແລະ WB ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍສະເໜີໃຫ້ສອງຝ່າຍ ຕ້ອງສຸມໃສ່ ປະຕິບັດ 3 ຂອດບຸກທະລຸຍຸດທະສາດຂອງ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານ Axel van Trotsenburg (ພາບ: VOV) |
ຕອນບ່າຍວັນທີ 19 ກໍລະກົດ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Axel van Trotsenburg, ເນື່ອງໃນໂອກາດມາປະຕິບັດງານຢູ່ ຫວຽດນາມ ແຕ່ວັນທີ 17 – 19 ກໍລະກົດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ WB ຍາມໃດກໍແມ່ນຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ກ່ຽວກັບກອບການຮ່ວມມືລະຫວ່າງ ຫວຽດນາມ ແລະ WB ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍສະເໜີໃຫ້ສອງຝ່າຍ ຕ້ອງສຸມໃສ່ ປະຕິບັດ 3 ຂອດບຸກທະລຸຍຸດທະສາດຂອງ ຫວຽດນາມ. WB ໃຫ້ຄຳປຶກສາ, ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານໂຄງລ່າງຈຸດສຸມແຫ່ງຊາດ ເຊິ່ງມີລັກສະນະເຊື່ອມຈອດລະຫວ່າງເຂດ, ພາກ, ສ້າງກຳລັງໜູນແຜ່ຂະຫຍາຍ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມີສຽງເວົ້າຫຼາຍກວ່າໃນການເພີ່ມທະວີການຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງ, ບັນຫາຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ.
ສ່ວນທ່ານ Axel van Trotsenburg ຜູ້ອຳນວຍການ WB ໄດ້ຊີ້ແຈ້ງວ່າ WB ປາດຖະໜາຢາກຊອກຮູ້ຂົງເຂດຮ່ວມມືລະຫວ່າງ ຫວຽດນາມ ແລະ WB ໃນໄລຍະຈະມາເຖິງ, ພິເສດ ແມ່ນການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດເວົ້າລວມ ແລະ ການໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ເວົ້າສະເພາະ; ປະຕິບັດບັນດາເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາຢູ່ ກອງປະຊຸມ COP26 ແລະ ກະກຽມແຜນການຮັບມືກັບໂລກລະບາດ ເຊິ່ງອາດຈະເກີດຂຶ້ນໃນອະນາຄົດ.