ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ຜູ້ມ​ີ​ສິດ​ເລືອກ​ຕັ້ງ​ແຂວງ ເຮົ້າ​ຢາງ

(VOVWORLD) - ທີ່ການແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ສະພາແຫ່ງຊາດ ໄດ້ ແລະ ພວມປ່ຽນແປງຈິນຕະນາການ, ວິທີການສ້າງລະບົບກົດໝາຍຕາມທິດຄົ້ນພົບຂໍ້ຄົງຄ້າງ, ຈຸດອ່ອນ, ຄວາມຫຍຸ້ງຍາກເພື່ອປັບປຸງກົດໝາຍ ແລະ ມະຕິ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ຜູ້ມ​ີ​ສິດ​ເລືອກ​ຕັ້ງ​ແຂວງ ເຮົ້າ​ຢາງ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ

ຕອນເຊົ້າວັນທີ 30 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະສະມາຊິກສະພາແຫ່ງຊາດ ແຂວງເຮົ້າຢາງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ງ້າໄບ, ເມືອງ ຝຸ້ງຮຽບ, ເມືອງ ເຈົ້າແທັ່ງ ແລະ ເມືອງ ເຈົ້າແທັ່ງເອ, ຢູ່ຫໍປະຊຸມ ນະຄອນ ງ້າໄບ, ແຂວງເຮົ້າຢາງ.

ທີ່ການແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານເນັ້ນໜັກວ່າ ສະພາແຫ່ງຊາດ ໄດ້ ແລະ ພວມປ່ຽນແປງຈິນຕະນາການ, ວິທີການສ້າງລະບົບກົດໝາຍຕາມທິດຄົ້ນພົບຂໍ້ຄົງຄ້າງ, ຈຸດອ່ອນ, ຄວາມຫຍຸ້ງຍາກເພື່ອປັບປຸງກົດໝາຍ ແລະ ມະຕິ. ເພາະສະນັ້ນ,ການສ້າງກົດໝາຍຕ້ອງເລີ່ມມາຈາກຕົວຈິງ, ທັງເຮັດທັງຖອດຖອນບົດຮຽນປະສົບການ, ບໍ່ຟ້າວຝັ່ງ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ຕ້ອງເປັນເຈົ້າການ ໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຢ່າງທັນການ ນັບແຕ່ຂັ້ນຮາກຖານ. ທ່ານໃຫ້ຮູ້ວ່າ

ພວກເຮົາຕ້ອງຄົ້ນພົບບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຢ່າງທັນການນັບແຕ່ຂັ້ນຕແສງ, ຂັ້ນເມືອງ, ຂັ້ນແຂວງ ເປັນຕົ້ນແມ່ນຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກຂໍ້ຄົງຄ້າງ. ວຽກງານຫຍັງທາງຕາແສງ, ເມືອງ, ແຂວງປະຕິບັດໄດ້ ຕ້ອງເຮັດທັນທີ ບໍ່ລໍຄອຍສູນກາງ.


ຕອບກັບ

ຂ່າວ/ບົດ​ອື່ນ