ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ບໍ​ລິ​ສັດ​ຫຸ້ນ​ສ່ວນ​​ກັ່ນຕອງນ້ຳ​ມັນ​ບິ່ງ​ເຊີນ ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ Petrovietnam ບົນ​ເວ​ທີ​ສາ​ກົນ​ເທື່ອ​ລະ​ກ້າວ

(VOVWORLD) -ຕອນບ່າຍວັນທີ 25 ກໍລະກົດ, ຢູ່ແຂວງກ໋ວາງງາຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານຂັ້ນສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດຫຸ້ນສ່ວນກັ່ນຕອງນ້ຳມັນບິ່ງເຊິນ (BSR). 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ບໍ​ລິ​ສັດ​ຫຸ້ນ​ສ່ວນ​​ກັ່ນຕອງນ້ຳ​ມັນ​ບິ່ງ​ເຊີນ ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ Petrovietnam ບົນ​ເວ​ທີ​ສາ​ກົນ​ເທື່ອ​ລະ​ກ້າວ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ສືບຕໍ່ປ່ຽນແປງໃໝ່, ຍົກສູງວຽກງານຄຸ້ມຄອງບໍລິຫານວິສາຫະກິດ ບົນພື້ນຖານສ້າງຍຸດທະສາດ, ຂັ້ນຕອນການຫັນເປັນດີຈີຕອນ ຮັບປະກັນເໝາະສົມກັບລັກສະນະພິເສດຂອງຂະແໜງນ້ຳມັນອາຍແກັດ ດ້ວຍລະດັບເຕັກນິກສູງ ແລະ ຮູບແບບດຳເນີນທຸລະກິດບົນພື້ນຖານດີຈີຕອນ. ພ້ອມກັນນັ້ນ, ກໍ່ຜັນຂະຫຍາຍແຜນການສ້າງໂຄງປະກອບວິສາຫະກິດຂອງ PVN ຄືນໃໝ່, ຮັບປະກັນການເສີມຂະຫຍາຍແຫຼ່ງກຳລັງທີ່ໄດ້ຮັບການລົງທຶນແລ້ວ ກໍ່ຄືການສ້າງລະບົບນິເວດ, ພັດທະນາລະບົບມູນຄ່ານ້ຳມັນ ຢ່າງມີປະສິດທິຜົນ ເພື່ອເພີ່ມທະວີການແກ້ງແຍ້ງ, ຢັ້ງຢືນທີ່ຕັ້ງບົດບາດຂອງ Petrovietnam ບົນເວທີສາກົນເທື່ອລະກ້າວ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ບໍລິສັດຫຸ້ນສ່ວນກັ່ນຕອງນ້ຳມັນ ບິ່ງເຊີນ ຍົກສູງອັດຕາຮັກສາບຳລຸງ, ຄວາມສາມາດ ແລະ ເພີ່ມທະວີໂປຼແກຼມ ບັນດາວິທີການວິທະຍາສາດ ແລະ ເຕັກໂນໂລຢີເພື່ອປະກອບສ່ວນຍົກສູງສະມັດຕະພາບໃນການອອກແຮງງານ, ລະບົບຄວາມປອດໄພ, ຄຸນນະພາບຜະລິດຕະພັນ, ຫຼຸດຜ່ອນລາຍຈ່າຍໃນການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງພະນັກງານ, ພາລະກອນ, ລັດຖະກອນ. ສຸມໃສ່ທຸກແຫຼ່ງກຳລັງເພື່ອຜັນຂະຫຍາຍໂຄງການຍົກສູງເປີດກວ້າງໂຮງງານກັ່ນຕອງນ້ຳມັນຢຸງກວັດ ຮັບປະກັນການສ້າງສູນກັ່ນຕອງນ້ຳມັນ  ແຫ່ງຊາດຢູ່ຢຸງກວັດ.

ຕອບກັບ

ຂ່າວ/ບົດ​ອື່ນ