ທ່ານປະທານສະພາແຫ່ງຊາດກູບາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

(VOVWORLD) -ວັນທີ 18 ມິຖຸນາ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແລະ ອຳນາດການປົກຄອງ ປະຊາຊົນ ກູບາ ໂດຍທ່ານ Esteban Lazo Hernandez ກຳມະການກົມການເມືອງ ພັກກອມມູນິດ ກູບາ, ປະທານສະພາແຫ່ງຊາດ ກູບາ ນຳຫນ້າ ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11-18 ມິຖຸນາ ຢ່າງຈົບງາມ.
ທ່ານປະທານສະພາແຫ່ງຊາດກູບາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1

ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez  ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະທານປະເທດ ເຈີນດ້າຍກວາງ, ພົບປະກັບນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ເຂົ້າຮ່ວມວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ. ນອກນັ້ນ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກູບາ ໄດ້ໄປຢ້ຽມຢາມສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ, ເຮັດວຽກກັບທະນາຄານແຫ່ງລັດຫວຽດນາມ, ຢ້ຽມຢາມນະຄອນ ໂຮ່ຈິມີນ, ແຂວງ ເບນແຈ, ເຂົ້າຮ່ວມງານພົບປະມິດຕະພາບ ຫວຽດນາມ ກູບາ. 

ຕອບກັບ

ຂ່າວ/ບົດ​ອື່ນ