ທ່ານປະທານສະພາແຫ່ງຊາດຫວຽດນາມ
ຫງວຽນຊີງຮຸ່ງ ແລະ ທ່ານນາງປະທານາທິບໍດີ ສເກົາຫລີ Park Geun-Hye
ພາບ: internet
|
(vovworld)-ຕອນຄຳ່ວັນທີ 26/7, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງຮອດນະຄອນຫລວງ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ສເກົາຫລີ ແລະ ມຽນມາ ຢ່າງຈົບງາມ. ໃນສະພາບການພົວພັນລະຫວ່າງ ຫວຽດນາມ ກັບ ສເກົາຫລີ ແລະ ມຽນມາພວມພັດທະນາຢ່າງຈົບງາມ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ສືບຕໍ່ຢືນຢັນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ຖືການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງລັດ, ສະພາແຫ່ງຊາດ ຫວຽດນາມ ກັບລັດ, ສະພາແຫ່ງຊາດ ສເກົາຫລີ ແລະ ມຽນມາ ເປັນສຳຄັນ. ບໍ່ພຽງແຕ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບກັບສອງປະເທດດັ່ງກ່າວເລິກເຊິ່ງກວ່າເທົ່ານັ້ນ, ການຢ້ຽມຢາມຂອງປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຍັງສ້າງຂີດໝາຍປະຫວັດສາດ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງການພົວພັນການຕ່າງປະເທດລັດຖະສະພາ ແລະ ຊຸກຍູ້ການຮ່ວມມືເສດຖະກິດການຄ້າ, ການລົງທຶນ, ວັດທະນະທຳລະຫວ່າງ ຫວຽດນາມ ກັບ ສເກົາຫລີ ແລະ ມຽນມາອີກດ້ວຍ.