ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສິ້ນສຸດການຢ້ຽມຢາມສະຫະພັນສະວິດຢ່່າງດີງາມ

ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສິ້ນສຸດການຢ້ຽມຢາມສະຫະພັນສະວິດຢ່່າງດີງາມ - ảnh 1

ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ  ​ແລະ ທ່ານປະທານສະພາຕ່ຳແຫ່ງ ສະຫະພັນ​ສະ​ວິດ Lustenberger
(ພາບ: TTXVN)


(vovworld)-  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສະຫະພັນ​ສະ​ວິດ​ຢ່່າງ​ເປັນທາງ​ການ, ຕອນ​ບ່າຍ​ວັນທີ 19/3, ຕາມເວລາຫວຽດນາມ, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ໄດ້ພົບປະກັບທ່ານ ປະທານສະພາແຫ່ງລັດ (ສະພາສູງ)ແຫ່ງ ສະຫະພັນ​ສະ​ວິດ Hannes Germann ​ແລະ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ຕ່ຳ, ສະພາ​ສູງ. ທີ່​ການ​ພົບ​ປະ, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງຢືນຢັນ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາແຫ່ງຊາດຫວຽດນາມຄັ້ງ​ນີ້ ​ແມ່ນ​ເພື່ອ​ຊຸກ​ຍູ້, ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ 2 ອົງການ​ນິຕິບັນຍັດ​ເວົ້າ​ສະ​ເພາະ​ໃຫ້​ເລິກ​ເຊິ່ງຍິ່ງ​ໆຂຶ້ນ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ເປີດ​ແງ່​ຫວັງ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ ກໍ​ຄື​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ ​ແລະ ສາກົນ.

   ສ່ວນທ່ານປະທານສະພາແຫ່ງລັດ (ສະພາສູງ)ແຫ່ງ ສະຫະພັນ​ສະ​ວິດ Hannes Germann ຢືນຢັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​ຂອງ 2 ປ​ະເທດ ​ແມ່​ນໜຶ່ງ​ໃນ​ບັນດາ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​​ໃນ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ສະ​ເໜີ​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ຈົ່ງ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມມື, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ; ຍູ້​ແຮງ​ບົດບາດ​ຕິດຕາມ​ກວດກາ​ການ​ປະຕິບັດ​ສັນຍາ​ສະບັບ​ຕ່າງໆ​ລະຫວ່າງ 2 ປະ​ເທດ​ເພື່ອ​ບັນລຸ​ໝາກຜົນ​ທີ່​ແທດ​ຈິງ.

    ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງພ້ອມ​ດ້ວຍ​ຄະ​ນະ​ໄດ້​ອອກ​ຈາກ Bern , ສິ້ນ​ສຸດ​ການ​ຢ້ຽມຢາມ​ສະ​ວິດ ​ແລະ ​ເດີນທາງ​ໄປ​ຢ້ຽມ​ອີ​ຕາ​ລີ​ຢ່າງ​ເປັນ​ທາງ​ການ. 

ຂ່າວ/ບົດ​ອື່ນ