ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ຫາຍຟ່ອງ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ແບ່ງປັນໝາກຜົນເສດຖະກິດ-ສັງຄົມທີ່ບັນລຸໄດ້ໃນໄລຍະຜ່ານມາຂອງປະເທດຊາດ
ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ຫາຍຟ່ອງ - ảnh 1ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເລເຈີນ
(ພາບ: TTXVN)

ວັນທີ 14 ພຶດສະພາ, ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເລເຈີນ, ນະຄອນ ຫາຍຟ່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ແບ່ງປັນໝາກຜົນເສດຖະກິດ-ສັງຄົມທີ່ບັນລຸໄດ້ໃນໄລຍະຜ່ານມາຂອງປະເທດຊາດ, ຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງໃນບາງຂົງເຂດຄື: ກົດໝາຍວ່າດ້ວຍຕ້ານການສໍ້ລາດບັງຫຼວງ, ການວາງແຜນຜັງ, ສາທາລະນະສຸກຂັ້ນຮາກຖານ… ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ, ແຜນຮ່າງສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບຂອງກອງປະຊຸມສະພາແຫ່ງຊາດຕ້ອງການໃຊ້ເວລາຕື່ມອີກເພື່ອກະກຽມ, ໃນນັ້ນເພີ່ມທະວີ ແລະ ເປີດກວ້າງລັກສະນະປະຊາທິປະໄຕ, ນັບມື້ນັບທັນສະໄໝ, ໃຫ້ສິດກັບປະຊາຊົນຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ