ທ່ານປະທານາທິບໍດີ Trump ພ້ອມແລ້ວທີ່ຈະມອບໂອນສິດອຳນາດໃຫ້ທ່ານ Joe Biden

(VOVWORLD) - ທ່ານ Joe Biden ໄດ້ປະກາດບັນຊີລາຍຊື່ບາງຕຳແໜ່ງຫຼັກແຫຼ່ງສຳລັບຄະນະລັດຖະບານໃໝ່ຂອງຕົນຄື: ກະຊວງປ້ອງກັນຄວາມສະຫງົບພາຍໃນ, ກະຊວງປ້ອງກັນປະເທດ, ຫົວໜ້າອົງການສືບລາຊະການລັບແຫ່ງຊາດ…
ທ່ານປະທານາທິບໍດີ Trump ພ້ອມແລ້ວທີ່ຈະມອບໂອນສິດອຳນາດໃຫ້ທ່ານ Joe Biden - ảnh 1 ທ່ານ Donald Trump ແລະ ທ່ານ Joe Biden. - ພາບ: AFP

  ວັນທີ 23 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ທ່ານອະນຸຍາດໃຫ້ທ່ານນາງ Emily Murphy ຫົວໜ້າອົງການຄຸ້ມຄອງການບໍລິການສັງລວມ (GSA) ໄດ້ເລີ່ມຕົ້ນວິວັດການມອບໂອນໃຫ້ອຳນາດການປົກຄອງຂອງຜູ້ອອກສະໜັກເລືອກຕັ້ງປະທານາທິບໍດີ ອາເມລິກາ Joe Biden, ໂດຍບໍ່ຫົວຊາຕໍ່ແຜນການຂອງທ່ານ ທີ່ຈະສືບຕໍ່ເດີນຕາມການຮ້ອງທຸກນິຕິທຳທີ່ກ່ຽວຂ້ອງເຖິງໝາກຜົນການເລືອກຕັ້ງປະທານາທິບໍດີໃນວັນທີ 3 ພະຈິກ. ກ່ອນໜ້ານັ້ນໃນວັນດຽວກັນ, GSA ໄດ້ປະກາດກັບທ່ານ Joe Biden ວ່າ ທ່ານສາມາດເລີ່ມຕົ້ນວິວັດການມອບໂອນສິດອຳນາດຢ່າງເປັນທາງການ.

        ແລະກໍ່ໃນວັນດຽວກັນ, ທ່ານ Joe Biden ໄດ້ປະກາດບັນຊີລາຍຊື່ບາງຕຳແໜ່ງຫຼັກແຫຼ່ງສຳລັບຄະນະລັດຖະບານໃໝ່ຂອງຕົນຄື: ກະຊວງປ້ອງກັນຄວາມສະຫງົບພາຍໃນ, ກະຊວງປ້ອງກັນປະເທດ, ຫົວໜ້າອົງການສືບລາຊະການລັບແຫ່ງຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ