ທ່ານປະທານາທິບໍດີ ຣາວັນດາ ຮັບຕຳແໜ່ງເປັນປະທານ AU

(VOVWORLD) - ວັນທີ 28 ມັງກອນ, ໃນຂອບເຂດກອງປະຊຸມສຸດຍອດສະຫະພາບ ອາຟຣິກາ (ເອຢູ) ຄັ້ງທີ 30, ທ່ານປະທານາທິບໍດີ ຣາວັນດາ Paul Kagame ໄດ້ຮັບຕຳແໜ່ງເປັນປະທານ ເອຢູ ຈາກທ່ານປະທານາທິບໍດີ ກີເນ Alpha Conde. 
ທ່ານປະທານາທິບໍດີ ຣາວັນດາ ຮັບຕຳແໜ່ງເປັນປະທານ AU - ảnh 1 ທ່ານປະທານາທິບໍດີ ຣາວັນດາ Paul Kagame (ພາບ: Daily Post Nigeria)

ອາຍຸການປະທານ ເອຢູ ຖືກແກ່ຍາວເປັນເວລາ 1 ປີ ແລະ ໄດ້ຜັດປ່ຽນກັນລະຫວ່າງ 5 ອະນຸເຂດຂອງ ອາຟຣິກາ. ກອງປະຊຸມສຸດຍອດຄັ້ງທີ 30 ຂອງ ເອຢູ ໄດ້ດຳເນີນແຕ່ວັນທີ 22 – 29 ມັງກອນ ຢູ່ນະຄອນຫລວງ Addis Ababa (ປະເທດ Ethiopia), ດ້ວຍຫົວຂໍ້ວ່າ: “ໄຊຊະນະໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ: ເສັ້ນທາງໝັ້ນຄົງທີ່ມຸ່ງໄປເຖິງການປ່ຽນແປງຂອງ ອາຟຣິກາ”. ກ່າວຄຳເຫັນທີ່ພິທີຮັບດຳລົງຕຳແໜ່ງ, ທ່ານ Kagame ຖືວ່າ: ສິ່ງທ້າທາຍເຊິ່ງ ອາຟຣິກາ ຕ້ອງປະເຊີນໜ້າ ນັ້ນແມ່ນສ້າງເສັ້ນທາງພາໄປເຖິງຄວາມວັດທະນາຖາວອນໃຫ້ປະຊາຊົນ ພິເສດແມ່ນຄົນລຸ້ນໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ