ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ປະ​ທານ​ປະ​ເທດ ຈີນ ດຳ​ເນີນ​ການ​ເຈ​ລະ​ຈາ

(VOVWORLD) -ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມເຊື່ອໝັ້ນວ່າ ການເຈລະຈານີ້ ຈະສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຈີນທັງພື້ນຖານສອງຝ່າຍ ແລະ ບົນເວທີສາກົນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ປະ​ທານ​ປະ​ເທດ ຈີນ ດຳ​ເນີນ​ການ​ເຈ​ລະ​ຈາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AP)

ວັນທີ 15 ກັນຍາ, ຢູ່ນອກກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ (SCO) ຄັ້ງທີ 22 ຢູ່ນະຄອນ Samarkand (Uzbekistan), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານປະທານາທິບໍດີ Putin  ໄດ້ເນັ້ນໜັກເຖິງໜ້າທີ່ສຳຄັນໃນປັດຈຸບັນສຳລັບ SCO ແມ່ນປັບປຸງອົງການຢ່າງຮອບດ້ານຄືເປັນພື້ນຖານໃຫ້ແກ່ການສຳຜັດ ທີ່ມີລັກສະນະສ້າງສັນ. ທ່ານຊີ້ແຈ້ງວ່າ, ການສ້າງສ້າບົນຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບອະທິປະໄຕຂອງກັນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນ ໄດ້ຊ່ວຍໃຫ້ SCO ກາຍເປັນກົນໄກຮ່ວມມືຫຼາຍຝ່າຍທີ່ມີປະສິດທິຜົນ. ກ່ຽວກັບການພົວພັນຮ່ວມມື ສອງຝ່າຍ ກັບ ຈີນ, ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມເຊື່ອໝັ້ນວ່າ ການເຈລະຈານີ້ ຈະສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຈີນທັງພື້ນຖານສອງຝ່າຍ ແລະ ບົນເວທີສາກົນ.

ສ່ວນທ່ານປະທານປະເທດຈີນ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບລັດເຊຍ ເພື່ອພັດທະນາໂລກແບບຍືນຍົງ ແລະ ຕັ້ງໜ້າ. ທ່ານຢັ້ງຢືນວ່າ ພ້ອມແລ້ວທີ່ຈະແລກປ່ຽນທັດສະນະກັບຄູ່ຮ່ວມຕຳແໜ່ງ ລັດເຊຍ ກ່ຽວກັບໂຄງການດຳເນີນງານສອງຝ່າຍ, ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ