ທ່ານປະທານາທິບໍດີ ອີຢິບ ແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້ຢູ່ໂບດ
(VOVWORLD) -ຕາມການລາຍງານຫຼ້າສຸດຂອງກະຊວງສາທາລະນະສຸກ ອີຢິບ ແລ້ວ, ເຫດໄຟໄໝ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 41 ຄົນ ແລະ ຮັບບາດເຈັບ 14 ຄົນ.
ສະຖານທີ່ເກີດເຫດ (ພາບ: AJA Egypt) |
ວັນທີ 14 ສິງຫາ, ໃນເວັບໄຊສ່ວນຕົວຂອງຕົນ, ທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ຖືກເສຍຊີວິດໃນເຫດໄຟໄໝ້ທີ່ເກີດຂຶ້ນຢູ່ໂບດ Abu Sifine ຢູ່ ເມືອງ Imbaba, ນະຄອນ Giza. ການນຳ ອີຢິບ ຢັ້ງຢືນວ່າ ໄດ້ລະດົມທຸກອົງການ, ຄະນະ, ຂະແໜງການຂອງລັດຖະບານ ເພື່ອຮັບປະກັນປະຕິບັດທຸກມາດຕະການທີ່ຈຳເປັນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ.
ກ່ຽວຂ້ອງເຖິງເຫດໄຟໄໝ້, ກຳລັງດັບເພີງ ອີຢິບ ບໍ່ສາມາດຄວບຄຸມເຫດໄຟໄໝ້ໄດ້. ຕາມການລາຍງານຫຼ້າສຸດຂອງກະຊວງສາທາລະນະສຸກ ອີຢິບ ແລ້ວ, ເຫດໄຟໄໝ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 41 ຄົນ ແລະ ຮັບບາດເຈັບ 14 ຄົນ. ອົງການໄອຍະການກຳລັງສືບສວນ ແລະ ຈັດສົ່ງພະນັກງານລົງໄປສະຖານທີ່ເກີດເຫດເພື່ອຢັ້ງຢືນສາຍເຫດ.