ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ Donald Trump ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) - ທ່ານ Donald Trump ສືບຕໍ່ຍົກອອກຖະແຫຼງການຕາມທິດຫຼຸດຜ່ອນການກະທຳຫຼ້າສຸດຂອງ ສປປ.ເກົາຫຼີ ເມື່ອໃຫ້ຂໍ້ສັງເກດວ່າ ການນຳ ສປປ.ເກົາຫຼີ ບໍ່ຖືການຍິງລູກສອນໄຟດັ່ງກ່າວແມ່ນສານເລັງໃສ່ ອາເມລິກາ.
ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ Donald Trump ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ໂດຍກ່ຽວຂ້ອງເຖິງການຍິງລູກສອນໄຟໄລຍະສັ້ນຂອງ ສປປ.ເກົາຫຼີ ຄັ້ງຫຼ້າສຸດ, ວັນທີ 26 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານບໍ່ໄດ້ໂມໂຫຕໍ່ການກະທຳຫຼ້າສຸດຂອງ ພຽງຢາງ. ທ່ານ Donald Trump ກໍ່ຢັ້ງຢືນຄືນໃໝ່ກ່ຽວກັບການພົວພັນທີ່ດີກັບການນຳ ສປປ.ເກົາຫຼີ Kim Jong- un. ນອກຈາກນັ້ນ, ທ່ານ Donald Trump ສືບຕໍ່ຍົກອອກຖະແຫຼງການຕາມທິດຫຼຸດຜ່ອນການກະທຳຫຼ້າສຸດຂອງ ສປປ.ເກົາຫຼີ ເມື່ອໃຫ້ຂໍ້ສັງເກດວ່າ ການນຳ ສປປ.ເກົາຫຼີ ບໍ່ຖືການຍິງລູກສອນໄຟດັ່ງກ່າວແມ່ນສານເລັງໃສ່ ອາເມລິກາ. ກ່ອນໜ້ານັ້ນ, ວັນທີ 25 ກໍລະກົດ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນ 2 ວັດຖຸຈາກບໍລິເວັນໃກ້ນະຄອນ Wonsan ເຂດຝັ່ງທະເລທາງທິດຕາເວັນອອກຂອງປະເທດນີ້. ນີ້ກໍ່ແມ່ນການຍິງລູກສອນໄຟຄັ້ງທຳອິດ ຂອງ ສປປ.ເກົາຫຼີ ພາຍຫຼັງການພົບປະລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ແລະ ສອງຝ່າຍໄດ້ເຫັນດີເປັນເອກະພາບຟື້ນຟູການເຈລະຈາກ່ຽວກັບການປອດນິວດເຄຼຍຢູ່ແຫຼມເກົາຫຼີຄືນໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ