ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເລີ່ມ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ເອີີ​ຣົບ

(VOVWORLD) - ຕາມແຜນການ, ທ່ານ Joe Biden ຈະເດີນທາງໄປຍັງ ອັງກິດ, ແບນຊິກ ແລະ ສະວິດ ຕາມລຳດັບ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເລີ່ມ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ເອີີ​ຣົບ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ເລີ່ມເດີນທາງໄປປະຕິບັດງານຢູ່ເອີຣົບ ເປັນເວລາ 8 ວັນ (ພາບ: TTXVN)

  ວັນທີ 9 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ອອກຈາກນະຄອນຫຼວງ ວໍຊິງຕັນ ເລີ່ມເດີນທາງໄປປະຕິບັດງານຢູ່ເອີຣົບ ເປັນເວລາ 8 ວັນ ແລະ ນີ້ກໍແມ່ນການເດີນທາງໄປຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງ. ຕາມແຜນການແລ້ວ, ໃນການເດີນທາງຄັ້ງນີ້, ທ່ານ Joe Biden ຈະເຂົ້າຮ່ວມຫຼາຍກອງປະຊຸມສຸດຍອດ ກັບຄູ່ຕຳແໜ່ງ ເອີຣົບ ແລະ ພິເສດ ແມ່ນຈະມີການພົບປະໂດຍກົງກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin ເປັນຄັ້ງທຳອິດ.

        ຕາມແຜນການ, ທ່ານ Joe Biden ຈະເດີນທາງໄປຍັງ ອັງກິດ, ແບນຊິກ ແລະ ສະວິດ ຕາມລຳດັບ. ນີ້ໄດ້ຮັບຖືວ່າແມ່ນໂອກາດເພື່ອໃຫ້ ອາເມລິກາ ປັບປຸງຄືນການພົວພັນຂ້າມອັດລັງຕິກ ທີ່ຖືກຊຸດໂຊມພາຍໃຕ້ສະໄໝອຳນາດການປົກຄອງຂອງອະດີດປະທານາທິບໍດີ Donald Trump ຄືນໃໝ່ ແລະ ສ້າງສາຍພົວພັນກັບ ລັດເຊຍ ຄືນໃໝ່. ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຈຸດປະສົງຂອງການເດີນທາງຄັ້ງນີ້, ທ່ານ Joe Biden ຢັ້ງຢືນວ່າ ນີ້ແມ່ນໂອກາດເພື່ອສະແດງກຳລັງແຮງຂອງການພົວພັນສຳພັນທະມິດຂ້າມອັດລັງຕິກ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ