ທ່ານປະທານາທິບໍດີ ອາເມລິກາ ນາບຂູ່ປິດປະຕູຊາຍແດນກັບ ເມັກຊິກໂກ
(VOVWORLD) - ເມັກຊິກໂກ ບໍ່ມີການກະທຳໃດເພື່ອສະກັດກັ້ນກະແສຊາວອົບພະຍົບເຂົ້າປະເທດຂອງພວກຂ້າພະເຈົ້າຜິດກົດໝາຍ
ທະຫານ ອາເມລິກາ ເຂົ້າຮ່ວມການຊ້ອມຮົບ ຢູ່ ເຂດຊາຍແດນ ອາເມລິກາ - ເມັກຊິກໂກ (ພາບ: THX/TTXVN ) |
ວັນທີ 28 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາອີກຄັ້ງໜຶ່ງໄດ້ຢ້ຳຄືນເຖິງຄຳນາບຂູ່ປິດປະຕູຊາຍແດນສຳຄັນລະຫວ່າງປະເທດນີ້ ກັບ ເມັກຊິກໂກ, ຕຳໜິຕິຕຽນປະເທດບ້ານໃກ້ເຮືອນຄຽງຢູ່ທາງທິດໃຕ້ວ່າ “ບໍ່ມີເຮັດຫຍັງ” ເພື່ອສະກັດກັ້ນກະແສຊາວອົບພະຍົບເຂົ້າ ອາເມລິກາຜິດກົດໝາຍ. ໃນຄຳຖະແຫຼງມີສ່ວນໜຶ່ງໄດ້ສະແດງໃຫ້ເຫັນຄວາມບໍ່ພໍໃຈໃນສື່ສັງຄົມອອນລາຍ Twitter, ທ່ານ ປະທານາທິບໍດີໄດ້ເຕືອນວ່າ “ອາດຈະປິດປະຕູຊາຍແດນທາງທິດໃຕ້! ເມັກຊິກໂກ ບໍ່ມີການກະທຳໃດເພື່ອສະກັດກັ້ນກະແສຊາວອົບພະຍົບເຂົ້າປະເທດຂອງພວກຂ້າພະເຈົ້າຜິດກົດໝາຍ” ທ່ານປະທານາທິບໍດີ ອາເມລິກາ ພ້ອມທັງເນັ້ນໜັກຕື່ມອີກວ່າ “ກໍ່ຄ້າຍຄືກັນນີ້, ປະເທດຮົງດູລັດ, ກົວເຕມາລາ ແລະ ແອນ ສາວາໂດທີ ພວມຮັບເງິນຂອງພວກຂ້າພະເຈົ້າໃນຫຼາຍປີທີ່ຜ່ານມາ ແລະ ກໍ່ບໍ່ມີການກະທຳໃດ”.
ກ່ອນໜ້ານັ້ນ, ທ່ານ Donald Trump ເຄີຍຍົກອອກບັນດາຄຳນາບຄູ່ທີ່ຄ້າຍຄືກັນ, ໃນນັ້ນ ເມື່ອເດືອນທັນວາ ປີ 2018, ທ່ານໄດ້ຖະແຫຼງວ່າຈະປິດປະຕູຊາຍແດນດັ່ງກ່າວຢ່າງຖາວອນຖ້າສະພາແຫ່ງຊາດບໍ່ອະນຸມັດຜ່ານງົບປະມານນັບຫຼາຍຕື້ USD ໃຫ້ແກ່ການກໍ່ສ້າງກຳແພງຊາຍແດນ.