ທ່ານ​ປະທານາທິບໍດີ​ ອາ​ເມ​ລິ​ກາ ປະກາດ​ແຜນການ​ສ້າງສັນ​ຕິພາບ​ຢູ່​ພາກພື້ນ​ຕາ​ເວັນ​ອອກ​ກາງ

(VOVWORLD) -  ວັນທີ 28 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດ “ແຜນການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ”. 
ທ່ານ​ປະທານາທິບໍດີ​ ອາ​ເມ​ລິ​ກາ ປະກາດ​ແຜນການ​ສ້າງສັນ​ຕິພາບ​ຢູ່​ພາກພື້ນ​ຕາ​ເວັນ​ອອກ​ກາງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu (ພາບ:  REUTERS)

      ທ່ານ Donald Trump ຢັ້ງຢືນວ່າ, ນີ້ແມ່ນບາດກ້າວເດີນທີ່ສໍາຄັນສໍາລັບວິວັດການສ້າງສັນຕິພາບ. ໄວໜຸ່ມຢູ່ພາກພື້ນຕາເວັນອອກກາງ ໄດ້ກຽມພ້ອມໃຫ້ແກ່ອະນາຄົດທີ່ມີຄວາມຫວັງຫຼາຍກວ່າ ແລະ ລັດຖະບານບັນດາປະເທດໃນພາກພື້ນ ກໍພວມຮັບຮູ້ວ່າ ການກໍ່ການຮ້າຍ ແລະ ລັດທິອິດສະລາມຂວາຈັດ ແມ່ນສັດຕູໂຕດຽວກັນຂອງໝົດທຸກຄົນ. ຕາມແຜນການຂອງທ່ານປະທານາທິບໍດີ Donald Trump ແລ້ວ, Jerusalem  ຈະສືບຕໍ່ແມ່ນນະຄອນຫຼວງທີ່ມີຄວາມສໍາຄັນທີ່ສຸດຂອງ ອິດສະຣາແອັນ ແລະ ບໍ່ສາມາດຕັດແຍກອອກໄດ້. .

        ພາຍຫຼັງທີ່ປະກາດແຜນການສ້າງສັນຕິພາບຂອງ ອາເມລິກາ  ບັນດາປະເທດໃນພາກພື້ນໄດ້ມີປະຕິກິລິຍາທີ່ກົງກັນຂ້າມ. ໃນຂະນະທີ່ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ສະແດງຄວາມຊົມເຊີຍແຜນການນີ້ ແມ່ນ “ທິດທາງເດີນຕົວຈິງ ເພື່ອກ້າວໄປສູ່ການສ້າງສັນຕິພາບແບບຍາວນານ”, ມີຫຼາຍປະເທດກໍໄດ້ສະແດງຄວາມລະແວງສົງໄສ ແລະ ຄັດຄ້ານ. ປະຊາຊົນ ປາແລັດສະຕິນ ຢຶດໝັ້ນປະຕິເສດແຜນການດັ່ງກ່າວ ແລະ ຕໍາໜິຕິຕຽນທ່ານປະທານາທິບໍດີ ອາເມລິກາ ວ່າ ເຂົ້າຂ້າງ ອິດສະຣາແອັນ. ທ່ານລັດຖະມົນຕີີການຕ່າງປະເທດ ຈໍແດນ Ayman Safadi ກໍຖືວ່າ ເສັ້ນທາງໜຶ່ງດຽວທີ່ພາໄປເຖິງພື້ນຖານສັນຕິພາບຮອບດ້ານ ແລະ ຍາວນານ ແມ່ນສ້າງລັດ ປາແລັດສະຕິນ ເອກະລາດ ໂດຍອີງໃສ່ເສັ້ນຊາຍແດນປີ 1967 ພ້ອມກັບ ພາກຕາເວັນອອກ Jerusalem ແມ່ນນະຄອນຫຼວງຂອງ ປາແລັດສະຕິນ. ຢູ່ພາຍໃນປະເທດ ອາເມລິກາ ກໍປະກົດມີຫຼາຍຄໍາເຫັນທີ່ແຕກຕ່າງກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ