ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ມີ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ວິ​ໄສ​ທັດ​ເສດ​ຖະ​ກິດ, ປະ​ກາດ​ຍຸດ​ທະ​ສາດ Bidenomics

(VOVWORLD) - ວັນທີ 28 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden, ມີບົດກ່າວປາໄສສຳຄັນຢູ່ Chicago ກ່ຽວກັບນະໂຍບາຍເສດຖະກິດ, ໃນນັ້ນ ໄດ້ປະກາດຍຸດທະສາດ Bidenomics.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ມີ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ວິ​ໄສ​ທັດ​ເສດ​ຖະ​ກິດ, ປະ​ກາດ​ຍຸດ​ທະ​ສາດ Bidenomics - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/ TTXVN)

ຍຸດທະສາດນີ້ເນັ້ນໜັກເຖິງວິໄສທັດກ່ຽວກັບການພັດທະນາເສດຖະກິດບົນພື້ນຖານ ແມ່ນປະຊາຊົນຊັ້ນກາງ. ໄປຄຽງຄູ່ກັບການສະເໜີບັນດາໝາກຜົນທີ່ໜ້າປະທັບໃຈເຊິ່ງອຳນາດການປົກຄອງຂອງທ່ານບັນລຸໄດ້ໃນ 2 ປີຜ່ານມາ, ທ່ານປະທານາທິບໍດີ Joe Biden ຢາກຊັກຊວນມະຫາຊົນວ່າ ບັນດາບ້ວງເງິນລົງທຶນທີ່ມີເປົ້າໝາຍຂອງລັດຖະບານອາດຈະສ້າງກຳລັງໜູນຊຸກຍູ້ພື້ນຖານເສດຖະກິດພັດທະນາ ແລະ ຊ່ວຍເຫຼືອຜູ້ອອກແຮງງານ.

ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າທິດສະດີ ເສດຖະກິດ Biden ມີ 3 ການປ່ຽນແປງໃໝ່ໂດຍພື້ນຖານ: ການລົງທຶນແບບອັດສະລິຍະເຂົ້າປະເທດ ອາເມລິກາ, ການສຶກສາ ແລະ ມອບສິດໃຫ້ແກ່ຜູ້ອອກແຮງງານ ອາເມລິກາ ເພື່ອພັດທະນາປະຊາຊົນຊັ້ນກາງ, ຊຸກຍູ້ການແກ້ງແຍ້ງເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຊ່ວຍໃຫ້ ບັນດາວິສາຫະກິດຂະໜາດນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ