ທ່ານປະທານາທິບໍດີ ອາເມລິກາ ຢາກມີການພົບປະສຸດຍອດຄັ້ງທີ 2 ກັບ ສປປ.ເກົາຫຼີ

(VOVWORLD) -ສອງຝ່າຍກໍເຫັນດີກ່ຽວກັບຄວາມຈໍາເປັນຕ້ອງຮັກສາການປະຕິບັດບັນດາຄໍາສັ່ງລົງໂທດປັດຈຸບັນຢ່າງແຮງ ເພື່ອໃຫ້ ພຽງຢາງ ເຂົ້າໃຈວ່າ ການສ້າງແຫຼມເກົາຫຼີ ໃຫ້ປອດນິວເຄຼຍ ແມ່ນເສັ້ນທາງໜຶ່ງດຽວ

 ທີ່ການພົບປະກັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Moon Jae in ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໃນໂລກ (G20), ການນໍາ ອາເມລິກາ ຢັ້ງຢືນ ອີກເທື່ອໜຶ່ງວ່າ ທ່ານຢາກມີການພົບປະສຸດຍອດຄັ້ງທີ 2 ກັບການນໍາ ສປປ.ເກົາຫຼີ Kim Jong Un.

        ທໍານຽບຂາວ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump  ແລະ ປະທານາທິບໍດີ Moon Jae in ຢັ້ງຢືນ ຄໍາໝັ້້ນສັນຍາ ຄືນໃໝ່ ກ່ຽວກັບການບັນລຸໄດ້ວິວັດທະນາການສ້າງແຫຼມເກົາຫຼີປອດນິວເຄຼຍໂດຍສົມບູນ ແລະ ສາມາດກວດກາຢັ້ງຢືນໄດ້ໃນແຫຼມເກົາຫຼີ. ສອງຝ່າຍກໍເຫັນດີກ່ຽວກັບຄວາມຈໍາເປັນຕ້ອງຮັກສາການປະຕິບັດບັນດາຄໍາສັ່ງລົງໂທດປັດຈຸບັນຢ່າງແຮງ ເພື່ອໃຫ້ ພຽງຢາງ ເຂົ້າໃຈວ່າ ການສ້າງແຫຼມເກົາຫຼີ ໃຫ້ປອດນິວເຄຼຍ ແມ່ນເສັ້ນທາງໜຶ່ງດຽວ. ທ່ານປະທານາທິບໍດີ Donald Trump  ກ່າວຊີ້ແຈ້ງວ່າ ທ່ານຢາກສືບຕໍ່ດໍາເນີນການພົບປະສຸດຍອດຄັ້ງທີ 02 ກັບການນໍາ Kim Jong Un ພາຍຫຼັງການພົບປະຄັ້ງປະຫວັດສາດ ເມື່ອເດືອນ ມິຖຸນາ 2018 ຢູ່ ສິງກະໂປ.


ຕອບກັບ

ຂ່າວ/ບົດ​ອື່ນ