ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢ້ຽມ​ຢາມ ເຢຍ​ລະ​ມັນ ແລະ ອັງ​ໂກ​ລາ

(VOVWORLD) - ວັນທີ 24 ກັນຍາ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ປະທານາທິບໍດີ ອາເມລິກາ ທ່ານ Joe Biden ຈະຢ້ຽມຢາມ ເຢຍລະມັນ ແລະ ອັງໂກລາ ແຕ່ວັນທີ 10 ຕຸລາ ຫາວັນທີ 15 ຕຸລາ.

  ໃນໄລຍະເຄື່ອນໄຫວຢູ່ ເຢຍລະມັນ, ທ່ານປະທານາທິບໍດີ ອາເມລິກາ ຈະປຶກສາຫາລືກັບການນຳປະເທດເຈົ້າພາບກ່ຽວກັບວິທີການເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍ ແລະ ສົມທົບກັນໃນບັນດາບຸລິມະສິດລວມ, ເຊັ່ນ: ປັບປຸງຄຳໝັ້ນສັນຍາຂອງ ອາເມລິກາ ແລະ ເຢຍລະມັນ ສຳລັບປະຊາທິປະໄຕ ແລະ ຕ້ານລັດທິລົບລ້າງ ຊາວຢິວ, ເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ ແລະ ຊຸກຍູ້ການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີ.

        ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Joe Biden ຈະຢ້ຽມຢາມ ອັງໂກລາ ແຕ່ວັນທີ 13 – 15 ຕຸລາ. ການນຳສອງປະເທດຈະປຶກສາຫາລືສົມທົບກັນໃນບັນດາບຸລິມະສິດລວມທັງການປັບປຸງຄູ່ຮ່ວມມືເສດຖະກິດ, ເພີ່ມທະວີການເຄື່ອນໄຫວກ່ຽວກັບຄວາມໝັ້ນຄົງດ້ານດິນຟ້າອາກາດ ແລະ ຫັນປ່ຽນພະລັງງານສະອາດ ແລະ ປັບປຸງສັນຕິພາບ ແລະ ຄວາມໝັ້ນຄົງ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ