ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ -​ ອີຣັກ ​​ເຫັນ​ດີ​ເປັນ​ເອກະ​ພາບ​ຮັກສາ​ການ​ພົວພັນ “ຄູ່​ຮ່ວມ​ມື​ທາງ​ດ້ານຄວາມໝັ້ນຄົງ”

(VOVWORLD) -ວັນທີ 22 ມັງກອນ, ທໍານຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕໍາແໜ່ງ ອີຣັກ Barham Saleh  ໄດ້ເຫັນດີກ່ຽວກັບຄວາມຈໍາເປັນຂອງເລື່ອງ ກອງທັບ ອາເມລິກາ ສືບຕໍ່ສວມບົດບາດຂອງຕົນຢູ່ Baghdad.
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ -​ ອີຣັກ ​​ເຫັນ​ດີ​ເປັນ​ເອກະ​ພາບ​ຮັກສາ​ການ​ພົວພັນ “ຄູ່​ຮ່ວມ​ມື​ທາງ​ດ້ານຄວາມໝັ້ນຄົງ” - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕໍາແໜ່ງ ອີຣັກ Barham Saleh  (ພາບ: AP)

        ຢູ່ Davos, ປະເທດ ສະວິດ, ປະທານາທິບໍດີ ສອງປະເທດ ໄດ້ມີການພົບປະຄັ້ງທໍາອິດ ນັບແຕ່ເມື່ອ ອາເມລິກາ ເຂັ່ນຂ້າ ທ່ານພົນຈັດຕະວາ Qasem Soleimani, ຜູ້ບັນຊາການກົມກອງ Quds ຂຶ້ນກັບກໍາລັງພິທັກຮັກສາປະຕິວັດ ອິດສະລາມ ອີຣານ ຢູ່ Baghdad ໃນວັນທີ 3 ມັງກອນ ຜ່ານມາ, ເຊິ່ງເປັນສາເຫດເຮັດໃຫ້ ສະພາແຫ່ງຊາດ ອີຣັກ ຮຽກຮ້ອງໃຫ້ເນລະເທດນາຍທະຫານ ອາເມລິກາ.

        ໃນແຈ້ງການຂອງທໍານຽບຂາວໄດ້ຊີ້ແຈ້ງວ່າ: “ການນໍາສອງປະເທດ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງເລື່ອງສືບຕໍ່ຮັກສາການພົວພັນຄູ່ຮ່ວມມືຄວາມໝັ້ນຄົງ ແລະ ເສດຖະກິດ ລະຫວ່າງ ອາເມລິກາ - ອີຣັກ, ໃນນັ້ນ ມີບັ້ນຮົບຕ້ານຄືນອົງການກໍ່ການຮ້າຍ IS... ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາອັນໝັ້ນແກ່ນຂອງ ອາເມລິກາ ສໍາລັບອະທິປະໄຕ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງ ອີຣານ”.


ຕອບກັບ

ຂ່າວ/ບົດ​ອື່ນ