ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ເດີນ​ທາງ​ໄປປະ​ຕິ​ບັດ​ງານ​ຢູ່​ ເອີ​ຣົບ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ເດີນທາງໄປຍັງນະຄອນຫຼວງ ລອນດອນ ຂອງ ອັງກິດ ໃນຕອນຄ່ຳວັນທີ 9 ກໍລະກົດ, ເລີ່ມຕົ້ນການຢ້ຽມຢາມ 3 ປະເທດ ອັງກິດ, ລິດວາ ແລະ ແຟງລັງ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ເດີນ​ທາງ​ໄປປະ​ຕິ​ບັດ​ງານ​ຢູ່​ ເອີ​ຣົບ - ảnh 1                     ທ່ານປະທານາທິບໍດີ Joe Biden ຢູ່ທຳນຽບຂາວ (ພາບເອກະສານ: AFP/TTXVN)

ຕາມແຜນການໂດຍທຳນຽບຂາວປະກາດແລ້ວ, ຄາດວ່າ ວັນທີ 10 ກໍລະກົດ, ຢູ່ ອັງກິດ, ທ່ານປະທານາທິບໍດີ Joe Biden ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ປະເທດເຈົ້າພາບ Rishi Sunak ແລະ ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດກັບເຈົ້າຊີວິດ Charles III. ທຳນຽບຂາວ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານາທິບໍດີ Joe Biden ຈະຊຸກຍູ້ການເພີ່ມທະວີການພົວພັນກັບ ອັງກິດ ໃຫ້ແໜ້ນແຟ້ນກວ່າອີກ. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Joe Biden ກໍ່ຈະໄປຍັງນະຄອນຫຼວງ Vilnius ຂອງ ລິດວາ ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃນວັນທີ 11 – 12 ກໍລະກົດ. ນີ້ເປັນການເຄື່ອນໄຫວຕົ້ນຕໍຂອງທ່ານປະທານາທິບໍດີ ອາເມລິກາ ໃນການເດີນທາງໄປປະຕິບັດງານຢູ່ ເອີຣົບ ຄັ້ງນີ້.

        ຮອດວັນທີ 13 ກໍລະກົດ, ທ່ານປະທານາທິບໍດີ Joe Biden  ກໍຈະໄປຍັງນະຄອນຫຼວງ Helsinki ຂອງ ແຟງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ