ທ່ານ​ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍ V.Putin ປະ​ຕິ​ເສດ​ຂໍ້​ກ່າວ​ຫາລັດ​ເຊຍບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດເລັ່ງ​ໃສ່​ອາ​ເມ​ລິ​ກາ

(VOVWORLD) -ໃນວັນທີ 13 ມິຖຸນາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Putin ໂດຍໃຫ້ຮູ້ວ່າທ່ານຫວັງວ່າການພົບປະສຸດຄັ້ງຍອດກັບຄູ່ຮ່ວມຕຳແໜ່ງ ອາເມລິກາ Joe Biden ຈະຊ່ວຍສ້າງການເຈລະຈາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາການຕິດຕໍ່ພົວພັນລະຫວ່າງການນຳສອງທ່ານ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍ V.Putin ປະ​ຕິ​ເສດ​ຂໍ້​ກ່າວ​ຫາລັດ​ເຊຍບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດເລັ່ງ​ໃສ່​ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບ: TTXVN)

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ປະຕິເສດບັນດາຂໍ້ກ່າວຫາວ່າລັດເຊຍ ຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດທີ່ເລັ່ງໃສ່ອາເມລິກາ. ເມື່ອຕອບສຳພາດຕໍ່ນັກຂ່າວຂອງ NBC News ໃນວັນທີ 14 ມິຖຸນາ ກ່ຽວກັບເລື່ອງ ລັດເຊຍ ພວມດຳເນີນ “ສົງຄາມທາງເຄືອຂ່າຍອິນເຕີເນັດ” ຕ້ານ ອາເມລິກາ ຫຼືບໍ່, ທ່ານປະທານາທິບໍດີ Putin ໄດ້ປະຕິເສດດ້ວຍການອ້າງຜົນວ່ານີ້ແມ່ນຂໍ້ກ່າວຫາທີ່ບໍ່ມີຫຼັກຖານ ແລະ ແຕ່ດົນນານມາແລ້ວ, ຍາມໃດ ລັດເຊຍ ກໍ່ຖືກກ່າວຫາແບບ“ເວົ້າຈາ”ກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ, ບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ.

ກ່ອນໜ້ານັ້ນ, ໃນວັນທີ 13 ມິຖຸນາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Putin ໂດຍໃຫ້ຮູ້ວ່າທ່ານຫວັງວ່າການພົບປະສຸດຄັ້ງຍອດກັບຄູ່ຮ່ວມຕຳແໜ່ງ ອາເມລິກາ Joe Biden ຈະຊ່ວຍສ້າງການເຈລະຈາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາການຕິດຕໍ່ພົວພັນລະຫວ່າງການນຳສອງທ່ານ. ຄາດວ່າການນຳສອງປະເທດ ລັດເຊຍ ແລະ ອາເມລິກາ ຈະມີການພົບປະຄັ້ງສຸດຍອດຢູ່ເຊີແນວ (ປະເທດສະວິດ) ໃນວັນທີ 16 ມິຖຸນາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ