ທ່ານປະທານາທິບໍດີສ.ເຊຍລາເລອອນ ຢ້ຽມຢາມ ແຂວງ ອານຢາງ

(VOVWORLD) -ທ່ານປະທານາທິບໍດີ ເຊຍລາເລອອນ ແລະ ທ່ານເລຂາຄະນະພັກແຂວງ ອານຢາງ ເລຮົ່ງກວາງ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດເຂົ້າສານ, ສິນໃນນ້ຳ.
ທ່ານປະທານາທິບໍດີສ.ເຊຍລາເລອອນ ຢ້ຽມຢາມ ແຂວງ ອານຢາງ - ảnh 1ທີ່ການພົບປະ
(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 18 ມີນາ, ທ່ານປະທານາທິບໍດີປະເທດ ສ.ເຊຍລາເລອອນ Julius Maada Bio ພ້ອມດ້ວຍຄະນະຜູ້ແທນປະເທດ ສ.ເຊຍລາເລອອນ ໄດ້ໄປຢ້ຽມຢາມ ແລະ ພົບປະກັບການນຳແຂວງ ອານຢາງ. ທ່ານປະທານາທິບໍດີ Julius Maada Bio ໃຫ້ຮູ້ວ່າ, ເຊຍລາເລອອນ ຢາກຮ່ຳຮຽນເອົາເຕັກນິກການປູກເຂົ້າ, ເຕັກໂນໂລຊີຜະລິດສິນໃນນ້ຳຂອງແຂວງ ອານຢາງ, ເພີ່ມທະວີການຮ່ວມມືດຳເນີນທຸລະກິດໃນ 2 ຂົງເຂດນີ້ຢູ່ຕະຫຼາດ ເຊຍລາເລອອນ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ເຊຍລາເລອອນ ແລະ ທ່ານເລຂາຄະນະພັກແຂວງ ອານຢາງ ເລຮົ່ງກວາງ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດເຂົ້າສານ, ສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ