ທ່ານປະທານາທິບໍດີອາເມລິກາ ອະທິບາຍກ່ຽວກັບຂໍ້ສະເໜີໂຈະການເລືອກຕັ້ງ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານບໍ່ຢາກໂຈະການເລືອກຕັ້ງ

ທ່ານປະທານາທິບໍດີອາເມລິກາ ອະທິບາຍກ່ຽວກັບຂໍ້ສະເໜີໂຈະການເລືອກຕັ້ງ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: Getty)

ພາຍຫຼັງເຕື້ອງເຖິງຄວາມສາມາດໂຈະການເລືອກຕັ້ງປະທານາທິບໍດີອາເມລິກາ ປີ 2020 ເປັນເວລາ 2-3 ຊົ່ວໂມງ, ວັນທີ 30 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານບໍ່ຢາກໂຈະການເລືອກຕັ້ງດັ່ງກ່າວ, ແຕ່ຍັງມີຄວາມວິຕົກກັງວົນວ່າ ບັດເລືອກຕັ້ງນັບລ້ານບັດທີ່ສົ່ງຜ່ານທາງໄປສະນີນັ້ນຈະເກີດມີບັນຫາ.

        ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ໃຫ້ຮູ້ວ່າ, ທ່ານຢາກຈັດການເລືອກຕັ້ງ, ແຕ່ກໍຍົກຂໍ້ມູນຂ່າວຫວ່າງມໍ່ໆມານີ້ຂຶ້ນມາອ້າງອີງກ່ຽວກັບຄວາມສາມາດທີ່ວ່າ ບັນດາໃບປ່ອນບັດທີ່ສົ່ງຜ່ານທາງໄປສະນີຈະມາຮອດຊ້າ, ບາງເທື່ອຕ້ອງເສຍເວລາເປັນ 2-3 ອາທິດ ຫຼື ຊ້ຳບໍ່ໜຳເປັນ 2 – 3 ປີເພື່ອຢັ້ງຢືນ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານປະທານາທິບໍດີ D.Trump ໄດ້ສະເໜີໂຈະການປ່ອນບັດເລືອກຕັ້ງປະທານາທິບໍດີອາເມລິກາ ເຊິ່ງຄາດວ່າຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ, ຍ້ອນມີຄວາມວິຕົກກັງວົນກ່ຽວກັບໂລກລະບາດໂຄວິດ-19 ທີ່ຍັງຜັນແປໄປຢ່າງສັບສົນ ກໍຄືເກີດຄວາມສ່ຽງ “”ສໍ້ໂກງ” ໃນການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ