ທ່ານປະທານາທິບໍດີໄນຈີເຣຍກ່າວປະນາມເຫດປຸກໂຈມຕີແນໃສ່ສາມັນຊົນນັບສິບໆຄົນ
(VOVWORLD) -ເຫດບຸກໂຈມຕີທີ່ຮ້າຍແຮງນີ້ ໂດຍພວກກະບົດ Boko Haram ປະຕິບັດ.
ເຫດບຸກໂຈມຕີ ແນໃສ່ຊາວກະສິກອນຢູ່ນະຄອນ Maiduguri
(ພາບ: AFP/TTXVN)
|
ວັນທີ 28 ພະຈິກ, ທ່ານປະທານນາທິບໍດີໄນຈີເຣຍ Muhammadu Buhari ໄດ້ກ່າວປະນາມເຫດບຸກໂຈມຕີ ແນໃສ່ຊາວກະສິກອນຢູ່ນະຄອນ Maiduguri ທາງທິດຕາເວັນອອກສ່ຽງເໜືອຂອງປະເທດນີ້ເຮັດໃຫ້ຜູ້ເສຍຊີວິດຢ່າງໜ້ອຍສຸດ 43 ຄົນ ແລະ ຜູ້ຮັບບາດເຈັບ 6 ຄົນ. ເຂົ້າໜ້າທີ່ໄນຈີເຣຍ ຢືນຢັນວ່າ, ເຫດບຸກໂຈມຕີທີ່ຮ້າຍແຮງນີ້ ໂດຍພວກກະບົດ Boko Haram ປະຕິບັດ. ອົງການທີ່ມີໜ້າທີ່ໄນຈີເຣຍ ໃຫ້ຮູ້ວ່າ, ຍັງມີຜູ້ຫາຍສາບສູນ 8 ຄົນ ແລະ ຖືກຖືວ່າ ຖືກກຳລັງທຳສົງຄາມສັກສິດລອບຈັບຕົວ.
ເມື່ອເດືອນ ຕຸລາ 2020 ນີ້, ພວກກະບົດ Boko Haram ກໍ່ໄດ້ສັງຫານ 22 ຄົນໃນເຫດບຸກໂຈມຕີເປັນ 2 ຄັ້ງ ທີ່ຄ້າຍຄືກັນຢູ່ໃກ້ກັບນະຄອນ Maiduguri.