ທ່ານຟ້າມບິງມິງພົບປະ ກັບເພື່ອນມິດສາກົນຢູ່ ນອກກອງປະຊຸມສະມັດ ຊາໃຫ່ຍສປຊ
ທ່ານຟ່າມບິງມີງພົບປະກັບລັດຖະມົນຕີການຕ່າງປະເທດ Tanzania
(ພາບ: Lê Dương/TTXVN)
(vovworld)- ພາຍຫລັງເຂົ້າຮ່ວມພິທີໄຂວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 69 ໄຂຂຶ້ນທີ່ສຳນັກງານຂອງ ສປຊ ຢູ່ນິວຢອກ, ປະເທດ ອາເມລິກາ, ວັນທີ 24/9, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບິງມິງ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີການຕ່າງປະເທດແຟງລັງ, Tanzania… ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ແລກປ່ຽນກັບບັນດານັກຮຽນຮູ້, ນັກຄົ້ນຄ້ວາ ແລະ ນັກເຄື່ອນໄຫວສັງຄົມທີ່ມີອິດທິພົນຊື່ສຽງຂອງອາເມລິກາຢູ່ສະມາຄົມອາຊີ ກ່ຽວກັບສະພາບການພາກພື້ນອາຊີ-ປາຊີຟິກ ແລະ ແນວທາງການຕ່າງປະເທດຂອງພັກ ແລະ ລັດຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຍົກອອກບັນດາໂອກາດອັນໃຫ່ຍຫຼວງ ແລະ ສິ່ງທ້າທາຍພວກເກີດຂຶ້ນໃນພາກພື້ນ; ເນັ້ນໜັກແນວທາງການຕ່າງປະເທດເອກະລາດ, ເປັນຈົ້າຕົນເອງ, ຫັນເປັນຫຼາຍທິດ, ຫຼາຍຮູບຫຼາຍແບບ ແລະ ແຜນນະໂຍບາຍເປັນຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ; ຢັ້ງຢືນຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ, ມານະພະຍາຍາມພ້ອມກັບບັນດາປະເທດອາຊຽນຊຸກຍູ້ການສ້າງປະຊາຄົມອາຊຽນໃນປີ 2015. ທ່ານຮອງນາຍົກລັດຖະມົນຕີໄດ້ຍົກອອກຄວາມຕັດສິນໃຈຂອງພັກ, ລັດ ແລະ ປຊຊ ຫວຽດນາມ ໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ແຜນນະໂຍບາຍແກ້ໄຂຄວາມຂັດແຍ້ງບົນທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ./.