ທ່ານຟ້າມບິງມິງໂອ້ລົມ ທາງໂທລະສັບກັບຜູ້ ຕາງໜ້າຂັ້ນສູງຂອງ EU Catherine Ashton


ທ່ານຟ້າມບິງມິງໂອ້ລົມ ທາງໂທລະສັບກັບຜູ້ ຕາງໜ້າຂັ້ນສູງຂອງ EU Catherine Ashton - ảnh 1

ທ່ານ​ນາງ Catherine Ashton

 (ພາບ: Press TV)

(vovworld)- ທີ່​ການ​ໂອ້​ລົມ​ທາງ​ໂທລະ​ສັບ​ເມື່ອຕອນ​ບ່າຍວັນ​ທີ 29/5, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມຟ້າ​ມບິງ​ມິ​ງ​ ​ແລະ ທ່ານ​ນາງ Catherine Ashton ຜູ້ຕາງໜ້າ​ຂັ້ນສູງ​ຂອງ EU ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ແລກປ່ຽນ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອີ​ຢູ, ​ໃນ​ນັ້ນ, ມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ຍັງ​ຢັ້ງຢືນ​ຈະຕັ້ງໜ້າ​ຊຸກຍູ້​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​ສົນທິສັນຍາ​ການ​ຄ້າ​ເສລີ ຫວຽດນາມ-​ອີ​ຢູ ກ່ອນຈັ​ດກອງ​ປະຊຸມ​ຂັ້ນສູງ​ອາ​ແຊມ 10 ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ-ອີ​ຢູ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່ Brussels ປະ​ເທດ​ແບນ​ຊິກ. ສອງ​ຝ່າຍ​ຍັງ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນມີ​ສະພາບ​ການ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາງ ຜູ້ຕາງໜ້າ​ຂັ້ນສູງ​ຂອງ EU ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ຂອງ​ຈີນ ຊື່​ງຈະ​ກໍ່​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ທ່ານ​ນາງ Catherine Ashton ສະ​ເໜີ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ ​ແລະ ຮ່ວມ​ມື, ສອດຄ່ອງ​ກັບ​ກົດ​ມາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982./.

 

ຂ່າວ/ບົດ​ອື່ນ