ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບິງມິງ
(ພາບ:tintuc.vnn.vn)
(vovworld)- ແຕ່ວັນທີ 28/6-2/7, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 46 (AMM 46), ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື (PMC), ກອງປະຊຸມລັດຖະມົນຕີອາຊຽນ+3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນອາຊຽນຄັ້ງທີ 20 (ARF 20) ຢູ່ບຣູໄນ. ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດສຳຄັນທີ່ສຸດໃນປີຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຊື່ງມີເນື້ອໃນຕີລາຄາ ແລະ ກຳນົດທິດຊຸກຍູ້ການຮ່ວມມືອາຊຽນ, ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ນອກຈາກນັ້ນແລ້ວ, ໃນເວລາຈັດກອງປະຊຸມ AMM 46, ຍັງຈະຈັດບັນດາກອງປະຊຸມຄື: ກອງປະຊຸມລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງ-ອາເມລິກາ ຄັ້ງທີ 6 (LMI), ກອງປະຊຸມລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງ ແລະ ບັນດາເພື່ອນມິດຄັ້ງທີ 3 (FLM), ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ-ຍີ່ປຸ່ນຄັງທີ 6, ກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ຂອງ-ສເກົາຫລີ ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຮັ່ງ-ແມ່ນ້ຳຂອງຄັ້ງທີ 7 (MGC).
ການເຂົ້າຮ່ວມຂອງຫວຽດນາມ ທີ່ບັນດາກອງປະຊຸມຈະຊ່ວຍຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນຂອງອະນຸພາກພື້ນຄື: ອາເມລິກາ, ສເກົາຫລີ, ອິນເດຍ, ເປີດກ້ວາງການພົວພັນຮ່ວມມືກັບອົດສະຕາລີ, ນິວຊີແລນ, ທະນາຄານໂລກ, ທະນາຄານພັດທະນາອາຊີ…ນອກຈາກນັ້ນແລ້ວ, ຜ່ານບັນດາກົນໄກຮ່ວມມືນີ້ຈະຊຸກຍຸ້ການພົວພັນຮ່ວມມືມິດຕະພາບຂອງຫວຽດນາມ ກັບບັນດາປະເທດເຂດລຸ່ມແມ່ນ້ຳຂອງອື່ນ ພ້ອມທັງຍາດແຍ່ງການໜູນຊ່ວຍຂອງບັນດາຄູ່ຮ່ວມມືພັດທະນາ ຕໍ່ບັນດາໂຄງການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ AMM 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເພື່ອແນໃສ່ປັບປຸງຄວາມສາມັກຄີ, ການຮ່ວມມືໃນອາຊຽນ, ເພີ່ມທະວີບົດບາດເປັນເຈົ້າການ, ຄວາມຮັບຜິດຊອບຂອງອາຊຽນ ຕໍ່ສັນຕິພາບ, ຄວາມສະຫົງບປອດໄພໃນພາກພື້ນ, ຮັກສາບົດບາດຕົ້ນຕໍຂອງອາຊຽນ ໃນສະພາບການໃໝ່. ຊຸກຍູ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມື, ພ້ອມກັນປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມສະຫງົບປອດໄພ ແລະ ການພັດທະນາໃນພາກພື້ນ ແລະ ປະກອບສ່ວນຍົກສູງບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມກ່ວາອີກ.