ທ່ານລັດຖະມົນຕີກະຊວງຕຳຫລວດຫວຽດນາມເຈີ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນກະຊວງຕຳຫລວດຈີນ

ທ່ານລັດຖະມົນຕີກະຊວງຕຳຫລວດຫວຽດນາມເຈີ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນກະຊວງຕຳຫລວດຈີນ - ảnh 1
(ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ​ຕ້ອນຮັບ​ທ່ານ ​ເມີງ​ຈີ​ງ​ເພີງ)

(vovworld) - ຕອນ​ບ່າຍ​ວັນ​ທີ 21/03, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍ​ກວາງ ລັດຖະມົນຕີ​ວ່າການ​ກະຊວງຕຳຫລວດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເມີງ​ຈີ​ງ​ເພີງ ລັດຖະມົ​ນຕີ​ຊ່າວວ່າ​ການກະຊວງ​ຕຳຫລວດ ຈີນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫລວດ ຈີນ ທີ່ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ເອກ ​​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ປະຕິບັດ​ກົດ​ໝາຍ 2 ປະ​ເທດ ຫວຽດນາມ - ຈີນ ຄວນ​ສືບ​ຕໍ່​ປະຕິບັດ​ບັນດາຄວາມ​ຮັບ​ຮູ້​ລວມ​ ​ເຊິ່ງ​ການ​ນຳ 2 ພັກ, 2 ລັດບັນລຸ​ໄດ້ ​ແລະ ບັນດາ​ເອກະສານ​ຮ່ວມ​ມື​ທີ່ໄດ້​ລົງ​ນາມ​ລະຫວ່າງ 2 ກະຊວງເປັນ​ຢ່າງ​ດີ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຢ່າງຮອບດ້ານ, ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ຂົງ​ເຂດ​ປະຕິບັດ​ກົດໝາຍ. ພ້ອມ​ກັນ​ນັ້ນ 2 ຝ່າຍ​ກໍ່​ສົມທົບກັນປ້ອງ​ກັນ​ຕ້ານ, ຕໍ່ສູ້​ກັບ​ອາດຊະຍາ​ກຳ​ທີ່ມີ​ການຈັດ​ຕັ້ງ, ຂ້າມ​ຊາດ; ຈັດ​ຕັ້ງການຊອກ​ຈັບ​ອາດຊະຍາ​ກຳ, ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ການ​ຄ້າ​ມະນຸດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ, ​ເງິນປ​ອມຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ຈີນ. ສົມທົບ​ກັນຈັດ​ຕັ້ງ​ກອງ​ປະຊຸມ​ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຄັ້ງ​ທີ 5 ລະຫວ່າງ​ກະຊວງ​ຕຳຫລວດ 2 ປະ​ເທດ​ໃນ​ປີ 2016 ຢູ່ ຫວຽດນາມ ​ໃຫ້​ສຳ​ເລັດ; ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ອົງການ, ສຳນັກງານ, ສ່ວນ​ບຸກຄົນ​ຂອງ​ປະ​ເທດ​ນີ້​ຢູ່​ປະ​ເທດ​ນັ້ນ.

ຂ່າວ/ບົດ​ອື່ນ