ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຮ່ວມງານຊາປະນະກິດສົບຂອງພະລາຊີນີ ອັງກິດ
(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມງານຊາປະນະກິດສົບຂອງພະລາຊີນີ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Elizabeth II.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຂຽນໃສ່ປຶ້ມໄຫວ້ອາໄລ (ພາບ: ກະຊວງການຕ່າງປະເທດ) |
ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ເດີນທາງໄປຍັງ ລາຊະອານາຈັກ ອັງກິດ ເພື່ອເຂົ້າຮ່ວມງານຊາປະນະກິດສົບຂອງພະລາຊີນີ ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Elizabeth II ເຊິ່ງຈັດຂຶ້ນໃນວັນທີ 19 ກັນຍາ 2022 ຢູ່ ລອນດອນ, ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ.