ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມພິທີງານສົບຂອງພະລາຊານີ Elizabeth II

(VOVWORLD) - ຕອນບ່າຍວັນທີ 18 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຮ່ວມພິທີໄຫວ້ອາໄລພະລາຊີນີຢູ່ສຳນັກງານສະພາແຫ່ງຊາດ ອັງກິດ Westminter Hall ແລະ ເຂົ້າຮ່ວມພິທີຕ້ອນຮັບຜູ້ຕາງໜ້າປະເທດຕ່າງໆໂດຍກະສັດ Charles III ເປັນເຈົ້າພາບຢູ່ ວັງ Buckingham...
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມພິທີງານສົບຂອງພະລາຊານີ Elizabeth II - ảnh 1ພາບປະກອບ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕາງໜ້າປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີງານສົບຂອງພະລາຊີນີ Elizabeth II ທີ່ໄດ້ຮັບການຈັດຂຶ້ນຢູ່ຫໍທຳມະ Westminter, ນະຄອນຫຼວງ ລອນດອນ, ໃນຕອນບ່າຍວັນທີ 19 ກັນຍາ. ຕອນບ່າຍວັນທີ 18 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຮ່ວມພິທີໄຫວ້ອາໄລພະລາຊີນີຢູ່ສຳນັກງານສະພາແຫ່ງຊາດ ອັງກິດ Westminter Hall ແລະ ເຂົ້າຮ່ວມພິທີຕ້ອນຮັບຜູ້ຕາງໜ້າປະເທດຕ່າງໆໂດຍກະສັດ Charles III ເປັນເຈົ້າພາບຢູ່ ວັງ Buckingham ໃນຕອນຄ່ຳວັນທີ 18 ກັນຍາ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍ່ໄດ້ເຂົ້າຮ່ວມພິທີຕ້ອນຮັບໂດຍທ່ານ James Cleverly, ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາອັງກິດ ຢູ່ຫໍທຳມະ Westminter ໃນວັນທີ 19 ກັນຍາ ພາຍຫຼັງພິທີງານສົບ.

        ໃນປື້ມໄຫວ້ອາໄລ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບການສະໜັບສະໜູນ ແລະ ການປະກອບສ່ວນສຳຄັນຂອງພາລະຊີນີໃນການປັບປຸງການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ. ພວກຂ້າພະເຈົ້າຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດເຊິ້ງ ແລະ ປາດຖະໜາດ້ວຍຄວາມຈິງໃຈວ່າ ລາຊະອານາຈັກ, ລັດຖະບານ ແລະ ປະຊາຊົນ ອັງກິດ ຈະຜ່ານຜ່າຄວາມສູນເສຍທີ່ບໍ່ມີຫຍັງສາມາດທົດແທນໄດ້ນີ້ໂດຍໄວ ແລະ ສືບຕໍ່ນຳພາລາຊະອານາຈັກ ອັງກິດ ໃນເສັ້ນທາງແຫ່ງການພັດທະນາ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ